• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ປະກາດຈຸດເວລາເຊັນຂໍ້ຕົກລົງຟື້ນຟູບັນດາຖ້ຽວບິນໄປຍັງ ກູບາ


ເຮືອບິນຂອງທ່ານ John Kerry ຢູ່ສະໜາມບິນ Havana (Cuba)
(ພາບ: AP)
          ອາ​ເມ​ລິ​ກາ ​ແລະ ກູ​ບາ ຈະ​​ເຊັນ​ຂໍ້​ຕົກລົງ 2 ຝ່າຍ​ສະບັບ​ໜຶ່ງ​ໃນ​ວັນ​ທີ 16/02 ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ຟື້ນ​ຟູ​ບັນດາ​ຖ້ຽວ​ບິນ​ການ​ຄ້າລະ​ຫວ່າງ 2 ປະ​ເທດ ພາຍຫລັງຖືກ​ຕັດ​ຕອນ​ເປັນ​ເວລາ​ເຄິ່ງສະຕະວັດ​. ​ແຈ້ງ​ການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ​ ​ໃນ​ວັນ​ທີ 12/02 ຊີ້​ແຈ້ງວ່າ “​ໃນ​ຂະນະທີ່​ກົດໝາຍ ອາ​ເມ​ລິ​ກາ ຫ້າມ​ການທ່ອງ​ທ່ຽວ​ເຖິງ ກູ​ບາ ນັ້ນ, ຂໍ້​ຕົກລົງ​ດັ່ງ​ກ່າວ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວທ່ອງ​ທ່ຽວ​ທີ່ໄດ້​ຮັບ​ການ​ອະນຸຍາດ, ຜ່ານ​ນັ້ນ ​ເປີດ​ກ້ວາງ​ບັນດາ​ການ​ເລືອກ​ເຟັ້ນ​ໃຫ້​ນັກ​ທ່ອງ​ທ່ຽວ ​ແລະ ​ເພີ່ມ​ທະວີການ​ຮ່ວມ​ສຳພັນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ”. ບັນດາ​ບໍລິສັດ​ການບິນ 2 ປະ​ເທດ ສາມາດ​ເຊັນ​ຂໍ້​ຕົກລົງ​ໃນ​ບັນດາ​ຂົງ​ເຂດ​ຄື: ​ແບ່ງປັນກົດ​ລັບ ​ແລະ ​ໃຫ້​ເຊົ່າ​ເຮືອບິນ.
        ຄາດ​ຄະ​ເນ​ວ່າ: ທ່ານລັດຖະມົນຕີວ່າການ​ກະຊວງ​ຄົມມະນາຄົມ​ ອາ​ເມ​ລິ​ກາ Anthony Foxx ​ແລະ ຜູ້​ຊ່ວຍ​ວຽກ​​ໃຫ້​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Charles Rivkin ຈະ​​ໄປ​ນະຄອນຫລວງ La Habana ຂອງ ກູ​ບາ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ.
(ແຫຼ່ງຄັດ​ຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top