• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຕີລາຄາການເຈລະຈາດ້ານການຄ້າ ກັບ ຈີນ ແມ່ນບັນລຸປະສິດທິຜົນ

      ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Stenven Mnuchin ໃຫ້ຮູ້ວ່າ ທ່ານ ແລະ ຜູ້ຕາງໜ້າດ້ານການຄ້າ ອາເມລິກາ Robert Lighthizer ໄດ້ມີ ບັນດາການເຈລະຈາທີ່ມີປະສິດທິຜົນກັບທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ຢູ່ ປັກກິ່ງ ໃນວັນດຽວກັນ.
        ວັນທີ 01 ພຶດສະພາ, ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Stenven Mnuchin ໃຫ້ຮູ້ວ່າ ທ່ານ ແລະ ຜູ້ຕາງໜ້າດ້ານການຄ້າ ອາເມລິກາ Robert Lighthizer ໄດ້ມີ “ບັນດາການເຈລະຈາທີ່ມີປະສິດທິຜົນ” ກັບທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ຢູ່ ປັກກິ່ງ ໃນວັນດຽວກັນ.
        ບັນດານັກເຈລະຈາຂອງ ອາເມລິກາ ແລະ ຈີນ ບໍ່ໄດ້ຍົກອອກຖະແຫຼງການໃດໆຕໍ່ວົງການສື່ມວນຊົນ ກ່ຽວກັບໝາກຜົນຂອງການເຈລະຈາ ຄັ້ງທີ 10 ເຊິ່ງແກ່່ຍາວເປັນເວລາຫຼາຍຊົ່ວໂມງ. ນີ້ແມ່ນການເຈລະຈາດ້ານການຄ້າຮອບຫຼ້າສຸດ ເພື່ອແນໃສ່ຢຸດຕິສົງຄາມການຄ້າລະຫວ່າງສອງປະເທດມະຫາອໍານາດແຖວໜ້າຂອງໂລກ. ຄາດວ່່າ ທ່ານຮອງນາຍົກລັດຖະມົນຕີຈີນ ຫຼຽວເຄືອ ຈະນໍາໜ້າຄະນະເຈົ້າໜ້າທີ່ຝ່າຍຈີນ ໄປຍັງນະຄອນຫຼວງ ວໍຊິງຕັນ ເພື່ອດໍາເນີນການເຈລະຈາຕື່ມອີກ ເຊິ່ງຈະເລີ່ມແຕ່ວັນທີ 08 ພຶດສະພາ ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ປີ 2026, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ໂທລະພາບຫ່ງຊາດ ຫວຽດນາມ ປະຕິບັດທິດນຳທີ່ວ່າ: “ສາມັກຄີເປັນເອກະພາບ - ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ - ນະວັດຕະກຳ - ເປັນມືອາຊີບມີປະສິດທິຜົນ - ບຸກທະລຸຢ່າງຮອບດ້ານ - ປະຊາຊົນເຊື່ອໝັ້ນ - ເພື່ອນມິດຮັກແພງ - ຍົກລະດັບເຄື່ອງໝາຍການຄ້າ” ໃຫ້ເປັນຢ່າງດີ.

Top