• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແລະ ບັນດາອົງການຮ່ວມສຳພັນກັນເພີ່ມທະວີການຮ່ວມມື

ບັນດາຜູ້ແທນໄດ້ຊອກຮູ້ກ່ຽວກັບຜົນກະທົບຂອງໂລກລະບາດໂຄວິດ-19 ຢູ່ພາກພື້ນ ແລະ ບັນດາປະຕິກິລິຍາຂອງອາຊຽນ, ພິເສດແມ່ນວິທີການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ.


ທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi

(ພາບ: baoquocte.vn)


ວັນທີ 20 ຕຸລາ, ຄະນະເລຂາອາຊຽນ ໄດ້ຈັດເວທີປາໄສບັນດາອົງການຮ່ວມສຳພັນກັນເພີ່ມທະວີກັບອາຊຽນ ຄັ້ງທີ 4 ທາງອອນລາຍ, ມີຜູ້ແທນປະມານ 150 ທ່ານທີ່ຕາງໜ້າໃຫ້ບັນດາສະມາຊິກລັດຖະສະພາ, ຊາວໜຸ່ມ, ອົງການຈັດຕັ້ງສັງຄົມ, ສະມາຄົມດຳເນີນທຸລະກິດ ແລະ ວິຊາຊີບອາຊຽນ… ເຂົ້າຮ່ວມ.

        ທີ່ເວທີປາໄສ, ບັນດາຜູ້ແທນໄດ້ຊອກຮູ້ກ່ຽວກັບຜົນກະທົບຂອງໂລກລະບາດໂຄວິດ-19 ຢູ່ພາກພື້ນ ແລະ ບັນດາປະຕິກິລິຍາຂອງອາຊຽນ, ພິເສດແມ່ນວິທີການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ເພື່ອແນໃສ່ສ້າງກອບຟື້ນຟູພາຍຫຼັງໂລກລະບາດ. ບັນດາຜູ້ແທນກໍ່ໄດ້ປຶກສາຫາລື, ແບ່ງປັນທັດສະນະກ່ຽວກັບວິວັດທະນາການຜັນຂະຫຍາຍວິໄສທັດອາຊຽນ 2025.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Michael Tene, ຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບບັນດາບັນຫາປະຊາຄົມ ແລະ ວິສາຫະກິດ ໄດ້ຮຽກຮ້ອງໃຫ້ອາຊຽນ ແລະ ບັນດາອົງການຮ່ວມສຳພັນເພີ່ມທະວີການຮ່ວມມື ເພື່ອແນໃສ່ບັນລຸໄດ້ວິໄສທັດອາຊຽນ 2025, ພ້ອມທັງປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມ ເພື່ອແນໃສ່ຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top