
(ພາບ: TTXVN)
ທີ່ການໂອ້ລົມສົນທະນາດັ່ງກ່າວ, ນັກຊ່ຽວຊານສາກົນ ແລະ ພາຍໃນປະເທດຫຼາຍທ່ານໄດ້ໄຈ້ແຍກກ່ຽວກັບບັນດາຜົນກະທົບທີ່ແຕກຕ່າງກັນຂອງໂລກລະບາດໂຄວິດ - 19 ສຳລັບບັນດາປະເທດໃນ ອາຊຽນ, ວິທີການຮັບມືກັບໂລກລະບາດຂອງບັດນາປະເທດ, ການຮ່ວມມືໃນ ອາຊຽນ ໃນການຮັບມືກັບໂລກລະບາດ. ຕາມບັນດານັກຊ່ຽວຊານແລ້ວ, ເພື່ອຄວບຄຸມໂລກລະບາດໂຄວິດ - 19 ໃຫ້ໄດ້ນັ້ນ, ບັນດາປະເທດ ອາຊຽນ ຕ້ອງມຸ່ງໄປເຖິງການສຳຜັດກັບແຫຼ່ງວັກຊິນແຕກຕ່າງກັນ ເພື່ອຜັນຂະຫຍາຍການສັກວັກຊິນໃນວົງກວ້າງ, ມຸ່ງໄປເຖິງການສ້າງພູມຕ້ານທານໃນວົງຄະນະຍາດໃນປີ 2022; ຊອກຫາບັນດາມາດຕະການຮັບມື, ບ້ວງເງິນຊ່ວຍເຫຼືອເສດຖະກິດ ແລະ ຫວັງວ່າ ຈະຍົກເລີກບັນດາມາດຕະການປິດປະຕູ, ແຍກຫ່າງສັງຄົມ, ຟື້ນຟູບັນດາການເຄື່ອນໄຫວເສດຖະກິດໃນໄລຍະອັນບໍ່ໄກນີ້.
(ແຫຼ່ງຄັດຈາກ VOV)