• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ-ຍີ່ປຸ່ນ ຮ່ວມມືພ້ອມກັນພັດທະນາ

ກອງປະຊຸມສຳມະນາ “ອະນາຄົດ​ຮ່ວມ​ມື​ພັດທະນາ​ເສດຖະກິດ - ສັງຄົມ
​ລະຫວ່າງ ອາ​ຊຽນ ແລະ ຍີ່ປຸ່ນ”
          “ອະນາຄົດ​ຮ່ວມ​ມື​ພັດທະນາ​ເສດຖະກິດ - ສັງຄົມ​ລະຫວ່າງ ອາ​ຊຽນ ​ແລະ ຍີ່ປຸ່ນ” ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ສູນ​ຄົ້ນ​ຄ້ວາ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ່ ຈາ​ກາ​ຕາ, ປະ​ເທດ ອິນ​ໂດ​ເນ​ເຊຍ, ຈັດ​ຕັ້ງ​ໃນ​ວັນ​ທີ 17/2. ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກາ​ນພົວພັນ ອາ​ຊຽນ - ຍີ່ປຸ່ນ ​ໃນ​ໄລຍະ​ປະຈຸ​ບັນ, ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ ​ແລະ ​ໄຈ້​ແຍກ​ບັນດາ​ແງ່​ມູມທີ່​ກ່ຽວຂ້ອງ​ເຖິງ​ການ​ຊຸກຍູ້​ການ​ພົວພັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອງ​ນີ້​ໃນ​ຂົງ​ເຂດ​ຕ່າງໆ. ບັນດາ​ນັກ​ຊ່ຽວຊານ​ລ້ວນ​ແຕ່​ເຫັນ​ດີ​ເປັນ​​ເອກະສັນ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ເສດຖະກິດ​ຂອງ​ພາກ​ພື້ນ ອາ​ຊຽນ ​ໃນ​ໄລຍະ​ຈະ​ມາ​ເຖິງ​ດ້ວຍ​ພົນລະ​ເມືອງ 635 ລ້ານ​ຄົນ ​ແລະ ຍອດ GDP ບັນ​ລຸ 2,4 ຕື້ USD. ບັນດາ​ນັກ​ຊ່ຽວຊານ​ກໍ​ຄາດ​ຄະ​ເນ​ການ​ລົງທຶນ​ຂອງ ຍີ່​ປຸ່ນ ​ເຂົ້າ​ພາກ​ພື້ນ ອາ​ຊຽນ ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ບັນດາ​ຂົງ​ເຂດ​ຄື: ພື້ນຖານ​ໂຄງ​ລ່າງ, ​ເຕັກນິກ, ການ​ສຶກສາ ​ແລະ ກໍ່​ສ້າງ​ວິຊາ​ຊີບ. ​ແນວ​ຄວາມ​ຄິດ​ສ້າງ​ເຄື່ອງໝາຍ​ການ​ຄ້າ “Made in ASEAN” ກໍ​ໄດ້​ນຳ​ມາ​ປຶກສາ​ຫາລື.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top