• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນກະກຽມໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງທີ28-29

(ພາບ​ປະ​ກອບ)
      ວັນ​ທີ 12/08, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ປະ​ເທດລາວ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ອາລຸນ​ແກ້ວ ກິດ​ຕິ​ຄຸ​ນ, ລັດ​ຖະ​ມົນ​ຕີປະ​ຈ​ຳ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຫ​ົວ​ໜ້າ SOM ASEAN ຂອງ​ລາວ, ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້​ນ​ສູງອາ​ຊຽນ ໄດ້​ຈ​ັດ​ກອງ​ປະ​ຊຸ​ມ​ທາບ​ທາມ​ຄ​ຳ​ເຫັນລວມ ເພື່ອ​ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 28 – 29 ເຊິ່ງຖືກດຳ​ເນີນ​ໃນ​ຕົ້ນ​ເດືອນ 09 ​​ທີ່​ຈະ​ມາ​ເຖິງ ຢູ່​ນະ​ຄອນ​ຫຼວງວຽງ​ຈັນ. ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ມີ​ຫົວ​ໜ້າ SOM ທີ່​ມາ​ຈາກ 10 ປະ​ເທດ​​ສະ​ມາ​ຊິກອາ​ຊຽນ; ບັນ​ດາ​ເຈົ້າ​ໜ້າ​ທີ່ຂັ້​ນ​ສູງ​ຮັບ​ຜິດ​ຊອບເສົ້າ​ຄ​້ຳ​ປະ​ຊາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ສັງ​ຄົມ, ບັນ​ດາ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ອາ​ຊຽນ ຮັບ​ຜິ​ດ​ຊອບ 3 ເສົ້າ​ຄ​້ຳ​ປະ​ຊາ​ຊົນ​ອາ​ຊຽນ ແລະ ບັນ​ດາ​ຫົວ​ໜ້າ​ຜູ້​ຕາງ​ໜ້າ​ປະ​ຈ​ຳ​ອາ​ຊຽນ. ກອງ​ປ​ະ​ຊຸມ​ໄດ້​ທາບ​ທາມ​ຄຳ​ເຫັນ​ລວ​ມ​ເພື່ອ​ກະ​ກ​ຽມ​ໃຫ້​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 28 – 29; ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈ​ີນ, ອາ​ຊຽນ - ຍີ່​ປຸ່ນ ຄັ້ງ​ທີ 19, ອາ​ຊຽນ - ສ.ເກົາ​ຫຼີ ຄັ້ງ​ທີ 18, ອາ​ຊຽ​ນ +3 ຄັ້ງ​ທີ 19…
(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top