• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດງານ Festival ດອກໄມ້ ດ່າລາດ ຄັ້ງທີ 8 ປີ 2019

      ພາຍຫຼັງຈັດຕັ້ງມາເປັນເວລາ 5 ວັນ, Festival ດອກໄມ້ ດ່າລາດ ຄັ້ງທີ 8 ປີ 2019 ໄດ້ອັດລົງໃນຕອນຄ່ຳວັນທີ 24 ທັນວາ.

Festival ດອກໄມ້ ດ່າລາດ ຄັ້ງທີ 8 ປີ 2019 ໄດ້ອັດລົງໃນຕອນຄ່ຳວັນທີ 24 ທັນວາ
(ພາບປະກອບ: TTXVN)
      ດ້ວຍຫົວຂໍ້ວ່າ “ດ່າລາດ ແລະ ດອກໄມ້”, Festival ດອກໄມ້ ດ່າລາດ ຄັ້ງທີ 8 ລວມມີການເຄື່ອນໄຫວຕົ້ນຕໍ 12 ລາຍການ ແລະ 30 ລາຍການອື່ນອີກເຊິ່ງໄດ້ດຳເນີນຢູ່ນະຄອນດ່າລາດ ແລະ ບ໋າວລົກ, ແຂວງ ເລິ່ມດົ່ງ, ອັນໄດ້ດຶງດູດປະຊາຊົນຢູ່ທ້ອງຖິ່ນເປັນຈຳນວນຫຼວງຫຼາຍ ແລະ ນັກທ່ອງທ່ຽວກວ່າ 250.000 ເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວສາກົນ 20.000 ເທື່ອຄົນ. ທ່ານ ໂຕນທ້ຽນຊານ, ປະທານຄະນະກຳມະການປະຊາຊົນນະຄອນດ່າລາດ, ຢືນຢັນວ່າ: ຜ່ານການຈັດຕັ້ງມາເປັນ 8 ຄັ້ງ, Festival ດອກໄມ້ ດ່າລາດ ໄດ້ກາຍເປັນເຫດການພົ້ນເດັ່ນ, ເປັນເອກະລັກສະເພາະຂອງນະຄອນດ່າລາດ, ໄດ້ປະກອບສ່ວນຊຸກຍູ້ການພັດທະນາດ້ານກະສິກຳ ແລະ ການທ່ອງທ່ຽວຢູ່ເຂດນີ້.
 (ແຫຼ່ງຄັດຈາກ VOV)

USTDA ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມກັບ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ບັນ​ດາ​ໂຄງ​ການ​ທີ່​ມີ​ຄຸນ​ນະ​ພາບ​ສູງ

USTDA ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມກັບ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ບັນ​ດາ​ໂຄງ​ການ​ທີ່​ມີ​ຄຸນ​ນະ​ພາບ​ສູງ

​ທ່ານ Thomas R. Hardy ຢັ້ງ​ຢືນ​ວ່າ USTDA ຖື ຫວຽດ​ນາມ ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຢູ່​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ, ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຮ່ວມ​ເດີນ​ທາງພ້ອມ​ກັບ ຫວຽດ​ນາມ ໃນ​ການ​ກະ​ກຽມ, ພັດ​ທະ​ນາ​ບັນ​ດາ​ໂຄງ​ການທີ່​ມີ​ຄຸນ​ນະ​ພາບ​ສູງ.

Top