• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 12

      ໃນວັນທີ 16 – 17 ພະຈິກ, ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 12 ດ້ວຍຫົວຂໍ້ ຮັກສາສັນຕິພາບ ແລະ ການຮ່ວມມືໃນສະພາບການມີການຜັນປ່ຽນຫຼາຍຢ່າງໂດຍສະຖາບັນການຕ່າງປະເທດ, ກອງທຶນໜູນຊ່ວຍການຄົ້ນຄວ້າກ່ຽວກັບທະເລຕາເວັນອອກ ແລະ ສະມາຄົມທະນາຍຄວາມ ຫວຽດນາມ ຮ່ວມກັນຈັດຕັ້ງ ຖືກດຳເນີນຢູ່ ຮ່າໂນ້ຍ. ກອງປະຊຸມສໍາມະນາລວມມີ 8 ວາລະປຶກສາຫາລືກ່ຽວກັບເນື້ອໃນ  ແລະ ໜຶ່ງວາລະປຶກສາຫາລືພິເສດກ່ຽວກັບບັນຫາທະເລຕາເວັນອອກໃນສະພາບການໂລກພວມມີການຜັນປ່ຽນຫຼາຍຢ່າງ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: baophapluat.vn)
      ບັນດານັກບັນລະຍາຍ ເອີຣົບ ຢັ້ງຢືນວ່າ ເລື່ອງ ອີຢູ ເອົາໃຈໃສ່ ແລະ ມີໜ້າຫຼາຍກວ່າຢູ່ ອາຊີ ເວົ້າລວມ ແລະ ທະເລຕາເວັນອອກເວົ້າສະເພາະໃນໄລຍະມໍ່ໆມານີ້  ຜ່ານການເພີ່ມທະວີການຮ່ວມມືໃນດ້ານຄວາມໝັ້ນຄົງກັບ ອາຊຽນ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເພາະວ່າຢາກປົກປ້ອງລະບົບກົດໝາຍສາກົນ, ການຄ້າເສລີ ແລະ ຄວາມເປັນລະບຽບຮຽບຮ້ອຍ ໂດຍອີງໃສ່ລະບຽບກົດໝາຍຂອງພາກພື້ນ.
        ບັນດານັກຮຽນຮູ້ຖືວ່າ ເບິ່ງລວມແລ້ວບັນດາປະເທດ ອາຊຽນ ລ້ວນແຕ່ມີປະຕິກິລິຍາໂດຍລະງັບໃຈເພື່ອບໍ່ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກເຄັ່ງຕຶງຂຶ້ນຕື່ມ ແລະ ຢູ່ນອກເໜືອລະດັບຄວບຄຸມ, ພ້ອມທັງສຸມໃສ່ການຮັບມືກັບໂລກລະບາດໂຄວິດ - 19, ຮັກສາລະບົບສະໜອງ ແລະ ຟື້ນຟູເສດຖະກິດພາຍໃນປະເທດ. ອາຊຽນ ສືບຕໍ່ຊຸກຍູ້ລັດທິຫຼາຍຝ່າຍ ແລະ ບົດບາດເປັນໃຈກາງຂອງ ອາຊຽນ ແລະ ມານະພະບາຍາມຊຸກຍູ້ການຮ່ວມມືຢູ່ທະເລ ບົນພື້ນຖານກົດໝາຍສາກົນ, ໃນນັ້ນ UNCLOS 1982  ແມ່ນພື້ນຖານທາງນິຕິກຳໃຫ້ແກ່ບັນດາການເຄື່ອນໄຫວຢູ່ບັນດາເຂດທະເລ ແລະ ມະຫາສະໝຸດ. ນັກຮຽນຮູ້ຫຼາຍທ່ານຢັ້ງຢືນວ່າ, UNCLOS ມີຄຸນຄ່າກວມລວມ ແລະ ຮອບດ້ານ, ມີຂອບເຂດດັດປັບທຸກບັນຫາຢູ່ທະເລ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top