• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ

 ໂດຍໄດ້ຮັບຄຳເຊີນຈາກສູນກາງພັກປະຊາຊົນ ກຳປູເຈຍ, ທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ ແຕ່ວັນທີ 25 – 28 ຕຸລາ 2018.

ທ່ານ Samdech Heng Samrin ໄດ້ໃຫ້ການຕ້ອນຮັບທ່ານນາງ ເຈືອງທິມາຍ 

ຕອນບ່າຍວັນທີ 26 ຕຸລາ, ທີ່ນະຄອນຫລວງ ພະນົມເປັນ, ທ່ານ Samdech Heng Samrin ປະທານກິດຕິມະສັກພັກປະຊາຊົນ ກຳປູເຈຍ, ປະທານສະພາແຫ່ງຊາດ ກຳປູເຈຍ ໄດ້ໃຫ້ການຕ້ອນຮັບຢ່າງສະໜິດສະໜົມ. ທີ່ການພົບປະ, ທ່ານນາງ ເຈືອງທິມາຍ ໄດ້ຕີລາຄາສູງການພັດທະນາອັນດີງາມຂອງການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ ຕາມທິດນຳ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ແລະ ຢືນຢັນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບ ກຳປູເຈຍ ຮັກສາ, ເສີມຂະຫຍາຍ ແລະ ສືບທອດໃຫ້ຄົນລຸ້ນຫລັງຂອງ 2 ປະເທດ ກ່ຽວກັບການພົວພັນອັນດີງາມນີ້.

       ສ່ວນທ່ານປະທານ Samdech Heng Samrin ຢືນຢັນວ່າ  ຍາມໃດກໍ່ຈະເອົາໃຈໃສ່, ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ແກ່ການຮ່ວມມືລະຫວ່າງຄະນະຂົນຂວາຍປະຊາຊົນສູນກາງຂອງ 2 ພັກ.

ແຫຼ່ງຄັດຈາກ VOV)


ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top