• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະກຳມະການກວດກາສູນກາງ ເຈີ່ນເກີ໋ມຕູ໊ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບໍລິຄຳໄຊ

      ທ່ານ ກອງແກ້ວ ໄຊສົງຄາມ, ເຈົ້າແຂວງແຂວງ ບໍລິຄຳໄຊ ຢັ້ງຢືນວ່າ ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ການນຳແຂວງ ບໍລິຄຳໄຊ ແບ່ງປັນບັນດາບົດຮຽນໃນວຽກງານການກວດກາ, ຕິດຕາມກວດກາ

ການເຮັດວຽກກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ບັນຍັງ ວໍລະຈິດ
(ພາບ: nhandan.com.vn)
      ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ວັນທີ 1 ພະຈິກ, ທ່ານ ເຈິ່ນ ເກີ໋ມຕູ໊, ຫົວໜ້າຄະນະກຳມະການກວດກາສູນກາງ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ບໍລິຄຳໄຊ.
        ນະທີ່ນີ້, ທ່ານ ກອງແກ້ວ ໄຊສົງຄາມ, ເຈົ້າແຂວງແຂວງ ບໍລິຄຳໄຊ ຢັ້ງຢືນວ່າ ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ການນຳແຂວງ ບໍລິຄຳໄຊ ແບ່ງປັນບັນດາບົດຮຽນໃນວຽກງານການກວດກາ, ຕິດຕາມກວດກາ, ກໍ່ສ້າງອົງການຈັດຕັ້ງພັກຮາກຖານ; ຮັດແໜ້ນການພົວພັນຮ່ວມມືລະຫວ່າງແຂວງ ບໍລິຄຳໄຊ ກັບບັນດາທ້ອງຖິ່ນຕ່າງໆຂອງ ຫວຽດນາມ ເວົ້າສະເພາະ, ປະກອບສ່ວນປັບປຸງ, ປົກປັກຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ເວົ້າສະລວມ.
        ສ່ວນທ່ານ ເຈິ່ນເກີ໋ມຕູ໊, ຫົວໜ້າຄະນະກຳມະການກວດກາສູນກາງ ໄດ້ສະແດງຄວາມຫວັງວ່າ ການພົວພັນຮ່ວມມືລະຫວ່າງແຂວງ ບໍລິຄຳໄຊ ກັບບັນດາແຂວງນະຄອນຂອງ ຫວຽດນາມ ໃນບັນດາຂົງເຂດການຄ້າ, ການບໍລິການ, ກະສິກຳ, ການສຶກສາ… ສືບຕໍ່ບັນລຸຫຼາຍຜົນງານແທດຈິງກ່ວາອີກ, ປະກອບສ່ວນເໝາະສົມເຂົ້າໃນການພັດທະນາຂອງແຂວງ, ເພື່ອໃຫ້ແຂວງ ບໍລິຄຳໄຊ ປະຕິບັດສຳເລັດຄາດໝາຍກາຍເປັນແຂວງພັດທະນາຂອງ ສປປ ລາວ.
        ຄະນະປະຕິບັດງານໄດ້ໄປຢ້ຽມຢາມ ກິດຈະກຳກໍ່ສ້າງໂຮງຮຽນມັດທະຍົມສົມບູນ ສີທະນາໄຊ, ເຊິ່ງເປັນຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມອບໃຫ້ເນື່ອງໃນໂອກາດການໄປຢ້ຽມຢາມແຂວງ ບໍລິຄຳໄຊ ໃນເດືອນ ພະຈິກປີ 2016.
 (ແຫຼ່ງຄັດຈາກ VOV)
 

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top