• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽ​ດ​ນາມ ຮ່ວມ​ມື​ກັບ EU ແລະ EP ປະ​ຕິ​ບັດ ສັນ​ຍາ EVFTA ຢ່າງ​ມີ​ປະ​ສິດ​ທິ​ຜົນ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານລັດຖະສະພາ ເອີລົບ (EP) David Sassoli, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ ໄປຮອດສະໜາມບິນ Melsbroek, Bruxelles, ລາຊະອານາຈັກ ແບນຊິກ ເພື່ອເຮັດວຽກກັບລັດຖະສະພາເອີລົບ ແລະ ສະຫະພາບ ເອີລົບ (EU) ໃນລະຫວ່າງວັນທີ 8 – 9 ກັນຍາ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ  ແລະ ທ່ານປະທານສະພາ ເອີລົບ Charles Michel

ຕອນເຊົ້າວັນທີ 8 ກັນຍາ, ຕາມເວລາທ້ອງຖິ່ນ, ພາຍຫຼັງໄປຮອດນະຄອນຫຼວງ Brussels, ລາຊະອານາຈັກ ແບນຊິກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັບທ່ານປະທານສະພາເອີລົບ Charles Michel.

ທີ່ການໂອ້ລົມສົນທະນາ, ທ່ານປະທານສະພາ ເອີລົບ Charles Michel ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ EU ຄັ້ງນີ້ ຂອງ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ, ທ່ານຖືວ່າ ໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນໃນທົ່ວໂລກ ໄດ້ກໍ່ຜົນສະທ້ອນຕໍ່ຄວາມຄືບໜ້າ ແລະ ປະສິດທິຜົນຂອງການປະຕິບັດສັນຍາ EVFTA, ທ່ານກໍ່ເນັ້ນໜັກວ່າ ໃນໄລຍະຈະມາເຖິງ ສອງຝ່າຍຕ້ອງຂຸດຄົ້ນໝົດ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ເຊິ່ງສັນຍາສະບັບນີ້ນຳມາໃຫ້. ທ່ານປະທານ Charles Michel ໄດ້ແບ່ງປັນທັດສະນະກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງ ຢູ່ມະຫາສະຫມຸດອິນເດຍ - ປາຊີຟິກ, ຫຼັກການເຄົາລົບກົດໝາຍ ແລະ ຢັ້ງຢືນວ່າ EU ມີຄວາມປາດຖະໜາກຢາກເປີດກ້ວາງ ແລະ ເຮັດໃຫ້ເລິກເຊິ່ງກ່ວາ ການຮ່ວມມືກັບເຂດອາຊີຕາເວັນອອກສ່ຽງໃຕ້ ໃນນັ້ນມີ ຫວຽດນາມ.

ສ່ວນທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ ນີ້ແມ່ນຄັ້ງທຳອິດໃນຖານະເປັນປະທານສະພາແຫ່ງຊາດ, ຕາງໜ້າໃຫ້ການນຳຂັ້ນສູງ ຫວຽດນາມ ໄປຢ້ຽມຢາມ ເອີລົບ ໃນອາຍຸການໃໝ່, ພາຍຫຼັງເວລາທີ່ ຫວຽດນາມ ໄດ້ບູລະນະບັນດາຕຳແໜ່ງການນຳໃນກົງຈັກລັດ, ຊື່ງໄດ້ສະແດງໃຫ້ເຫັນເລື່ອງ ຫວຽດນາມ ຖື EU ແລະ EP ເປັນສຳຄັນ.

ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ວັກຊິນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາກວ່າ ສະພາເອີລົບ ແລະ ຄະນະກຳມະການເອີລົບ ຈະສະຫງວນບຸລິມະສິດໃຫ້ ຫວຽດນາມ ໃນການສຳຜັດກັບແຫຼ່ງວັກຊິນ ຂອງ ເອີລົບ, ຜ່ານກົນໄກ COVAX ຫຼືແບ່ງປັນ ວັກຊິນ, ສະເໜີໃຫ້ EC ສະໜັບສະໜູນການຮ່ວມມືຜະລິດວັກຊິນຢູ່ ຫວຽດນາມ.

ໃນການແລກປ່ຽນ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ ແລະ ຍູ້ແຮງບັນດາຂົງເຂດຮ່ວມມືກ່ວາອີກ, ໃນນັ້ນມີບົດບາດສຳຄັນທີ່ສຸດຂອງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາເອີລົບ. ສອງຝ່າຍໄດ້ຢັ້ງຢືນຈະພ້ອມກັນແລກປ່ຽນ ເພື່ອແກ້ໄຂຂໍ້ຄົງຂ້າງຈຳນວນໜຶ່ງຄື ການຍົກເລີກບັດເຫຼືອງສິນໃນນ້ຳ IUU, ຮັດແຄບຄວາມແຕກໂຕນກັນກ່ຽວກັບສິດທິມະນຸດ.

ຕອນບ່າຍວັນທີ 8 ກັນຍາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຈລະຈາກັບທ່ານປະທານລັດຖະສະພາ ເອີລົບ David Sassoli, ທ່ານປະທານ INTA, DASE, ກຸ່ມສະມາຊິກລັດຖະສະພາມິດຕະພາບ EP ແລະ ໃຫ້ການຕ້ອນຮັບຜູ້ນຳກຸ່ມບໍລິສັດເສດຖະກິດຈຳນວນໜຶ່ງຂອງ ແບນຊິກ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top