ຂ່າວສານ
ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບໃນບັນດາຂອບເຂດຮ່ວມມືຫຼາຍຝ່າຍ

ໃນສານ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຫົວຂໍ້ຂອງ ກອງປະຊຸມສະມັດຊາໃຫຍ່ AIPA ປີນີ້. ທ່ານຖືວ່າ ນີ້ແມ່ນຫົວຂໍ້ທີ່ມີລັກສະນະສະຖານະການການເມືອງສູງ ແລະ ວາງອອກຄຳຮຽກຮ້ອງທີ່ແທດຈິງໃນການຮ່ວມມືລັດຖະສະພາ ອາຊຽນ, ເສີມຂະຫຍາຍບົດບາດຂອງຊ່ອງນິຕິບັນຍັດໄປຄຽງຄູ່ກັບຊ່ອງບໍລິຫານໃນການຍູ້ແຮງຂະບວນວິວັດຫັນເປັນດີຈີຕອນ, ສ້າງພື້ນຖານເສດຖະກິດດີຈີຕອນ, ຮັດແຄບໄລຍະຫ່າງ ແລະ ຄວາມສະເໝີພາບດີຈີຕອນ, ມຸ່ງໄປເຖິງເຕັກນິກດີຈີຕອນກວມລວມໃນປະຊາຄົມ ອາຊຽນ.
ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບໃນບັນດາຂອບເຂດການຮ່ວມມືຫຼາຍຝ່າຍ, ນັບທັງທາງດ້ານບໍລິຫານ ແລະ ນິຕິບັນຍັດ. ຫວຽດນາມ ຈະສືບຕໍ່ປະກອບສ່ວນຈົນສຸດຄວາມສາມາດຂອງຕົນເຂົ້າໃນວິວັດທະນາການຮ່ວມມື ແລະ ພັດທະນາຂອງ AIPA, ເຂົ້າໃນຄວາມເຕີບໃຫຍ່ເຂັ້ມແຂງ ແລະ ຄວາມໝັ້ນແກ່ນຂອງປະຊາຄົມ ອາຊຽນ, ຊາຍຄາລວມຂອງປະຊາຊົນກວ່າ 650 ລ້ານຄົນຂອງບັນດາປະເທດໃນພາກພື້ນ.
(ແຫຼ່ງຄັດຈາກ VOV)