• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ແບນ​ຊິກ ​ຍູ້​ແຮງ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ກັນ

ທີ່ການເຮັດວຽກ, ທ່ານລັດຖະມົນຕີ ເລມິງຮວານ ໄດ້ສະເໜີໃຫ້ຝ່າຍແບນຊິກ ຈົ່ງສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາປະເພດຜະລິດຕະພັນກະເສດ - ປ່າໄມ້ - ສິນໃນນ້ຳຂອງທັງສອງປະເທດ ແຊກຊືມເຂົ້າຕະຫຼາດພາຍໃນຂອງກັນ.
ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ຢ້ຽມຊົມບັນດາຮູບແບບຄົ້ນຄ້ວາກະສິກຳ (ພາບ: quochoi.vn)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພາບເອີລົບ (EU) ແລະ ແບນຊິກ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ, ວັນທີ 8 ກັນຍາ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ໄດ້ພົບປະກັບທ່ານລັດຖະມົນຕີສະຫະພັນ ແບນຊິກ David Clarinval ກ່ຽວກັບປະຊາຊົນຂັ້ນກາງ, ຜູ້ອອກແຮງງານເສລີ, ວິສາຫະກິດຂະໜາດກາງ ແລະ ໜ້ອຍ  ແລະ ກະສິກຳ .

ທີ່ການເຮັດວຽກ, ທ່ານລັດຖະມົນຕີ ເລມິງຮວານ ໄດ້ສະເໜີໃຫ້ຝ່າຍແບນຊິກ ຈົ່ງສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາປະເພດຜະລິດຕະພັນກະເສດ - ປ່າໄມ້ - ສິນໃນນ້ຳຂອງທັງສອງປະເທດ ແຊກຊືມເຂົ້າຕະຫຼາດພາຍໃນຂອງກັນ. ປັດຈຸບັນ, ແບນຊິກ ແມ່ນຄູ່ຮ່ວມມືການຄ້າ ກະສິກຳ - ປ່າໄມ້ - ສິນໃນນ້ຳ ສຳຄັນ ແລະ ໃຫຍ່ອັນດັບທີ 5 ຂອງ ຫວຽດນາມ ໃນກຸ່ມ EU. ທ່ານ ເລມິງຮວານ ໄດ້ຢັ້ງຢືນວ່າ ຫວຽດນາມ ຈະສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກ ເພື່ອສົ່ງເສີມວິສາຫະກິດ ແບນຊິກ ມາລົງທຶນ, ຮ່ວມດຳເນີນທຸລະກິດ, ເຊື່ອມຕໍ່ການຜະລິດ, ດຳເນີນທຸລະກິດ ກະສິກຳຢູ່ ຫວຽດນາມ ໃນບັນດາຂົງເຂດ ທີ່ອາດຈະແມ່ນທ່າແຮງຂອງແບນຊິກ. ສອງຝ່າຍສືບຕໍ່ຍູ້ແຮງການຮ່ວມມືໃນການຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງລະຫວ່າງບັນດາສະຖາບັນ, ໂຮງຮຽນ ແລະ ບັນດາເຂດຂອງ ແບນຊິກ ກັບ ຫວຽດນາມ.

ສ່ວນທ່ານ ລັດຖະມົນຕີ David Clarinval ປາດຖະໜາກຢາກພ້ອມກັນຮ່ວມມື, ຊຸກຍູ້ການຜັນຂະຫຍາຍສັນຍາຄູ່ຮ່ວມມືຍຸດທະສາດດ້ານກະສິກຳ, ໃນນັ້ນ ຊຸກຍູ້ການຮ່ວມມືຢ່າງແຮງກ່ຽວກັບການບຳລຸງສ້າງ, ຖ່າຍທອດເຕັກໂນໂລຢີ, ຊຸກຍູ້ການລົງທຶນພາກເອກະຊົນ, ພັດທະນາລະບົບ Logistic ເພື່ອຮັບໃຊ້ໃຫ້ແກ່ລະບົບມູນຄ່າກະສິກຳ.

(ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top