• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮ່ວມ​ມື​ກັບ​ປະ​ຊາ​ຄົມ​ສາ​ກົນ ພ້ອມ​ກັນ​ຊຸກ​ຍູ້​ການ​ຄ້າ ແລະ ການ​ພັດ​ທະ​ນາ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD), ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 15 ຂອງ UNCTAD. ກອງປະຊຸມຖືກຈັດຂຶ້ນໃນລະຫວ່າງວັນທີ 3 ຫາວັນທີ 7 ຕຸລາ 2021 ຕາມຮູບການທາງໄກ ແລະ ໂດຍກົງ ຢູ່ ເຊີແນວ (ປະເທດສະວິດ) ແລະ Bridgetown (Barbados), ດ້ວຍຫົວຂໍ້ “ຈາກການຂາດຄວາມສະເໝີພາບ ແລະ ມີຄວາມສ່ຽງພາໄປເຖິງການນຳເອົາວັດທະນາຖາວອນມາໃຫ້ໝົດທຸກຄົນ”.
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ນແທັງເຊີນ (ພາບ: ກະຊວງການຕ່າງປະເທດ)

ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະຂອງກອງປະຊຸມໃນວັນທີ 6 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ນແທັງເຊີນ ໄດ້ສະເໜີ 3 ຂໍ້ສະເໜີແນະຕໍ່ UNCTAD.  ທີໜຶ່ງແມ່ນ ຄວາມຍູ້ແຮງລັດທິຫຼາຍຝ່າຍ ແລະ ການຮ່ວມມືສາກົນ ເພື່ອແນໃສ່ຄວບຄຸມໂລກລະບາດ, ຍົກສູງກຳລັງຄວາມສາມາດຮັບມື ແລະ ຍູ້ໄວວິວັດການຟື້ນຟູເສດຖະກິດໃນຂອບເຂດທົ່ວໂລກ. ທີສອງແມ່ນ, ໃນອະນາຄົດ ຄວນເພີ່ມທະວີບັນດາຄວາມມານະພະຍາຍາມສາກົນ ເພື່ອໜູນຊ່ວຍການຍົກສູງຄວາມສາມາດຮັບມືຢູ່ເຂດທີ່ຖືກຜົນກະທົບຢ່າງຮ້າຍແຮງຈາກການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນ, ມີອະນຸພາກພື້ນແມ່ນ້ຳຂອງ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທີສາມແມ່ນ, UNCTAD ຄວາມເສີມຂະຫຍາຍບົດບາດໃນການຊຸກຍູ້ການຮ່ວມມືທົ່ວໂລກກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ ເພື່ອແນໃສ່ສ້າງກຳລັງໜູນໃໝ່ແກ່ການພັດທະນາແບບຍືນຍົງ ແລະ ເຕີບໂຕໃນພື້ນຖານເຕັກໂນໂລຢີ.

        ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ກໍໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບ UNCTAD ແລະ ປະຊາຄົມສາກົນ ຢ່າງແໜ້ນແຟ້ນ ໃນວິວັດການປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນເພື່ອຮັບປະກັນສະພາບແວດລ້ອມສາກົນແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ວັດທະນາຖາວອນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top