ຂ່າວສານ
ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຍູ້ແຮງການໂອ້ລົມສົນທະນາຢູ່ບັນດາກອງປະຊຸມກຸ່ມປະຕິບັດງານຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ ບັນດາສານສາກົນ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນຖານະເປັນປະທານກຸ່ມປະຕິບັດງານ ຈະໜູນຊ່ວຍຊຸກຍູ້ການເຈລະຈາ ລະຫວ່າງກຸ່ມປະຕິລັດງານ ກັບ ປະທານ, ໄອຍະການຂອງ ກົນໄກເພື່ອແນໃສ່ປະຕິບັດສຳເລັດໜ້າທີ່ຂອງກົນໄກ ໂດຍ ສະພາຄວາມໝັ້ນຄົງ ສປຊ ມອບໝາຍໃຫ້, ຜ່ານນັ້ນຊຸກຍູ້ການປະຕິບັດຕາມກົດບັດ ສປຊ ແລະ ກົດໝາຍສາກົນ.
ພາບຫຼັງຮັບຟັງການລາຍງານຂອງປະທານ, ໄອຍະການຂອງກົນໄກ, ກຸ່ມປະຕິບັດງານໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າບັນດາວຽກງານ ພິພາກສາ, ຊອກຈັບຜູ້ຖືກສົງໄສ ທີ່ພວມລົບໜີ ໄປປະຕິບັດຕາມຄຳຕັດສິນຂອງສານ, ຮ່ວມມື ແລະ ໜູນຊ່ວຍສານແຫ່ງຊາດ ແລະ ຮັບປະກັນສຸຂະພາບ, ຄວາມປອດໄພໃຫ້ແກ່ຜູ້ຖືກຈຳຄຸກ, ພະນັກງານ, ພາລະກອນຂອງກົນໄກ, ກໍ່ຄືບັນດາມາດຕະການເພີ່ມທະວີປະສິດທິຜົນໃນການເຄື່ອນໄຫວ, ຊຸກຍູ້ການປະຕິບັດຕາມຂໍ້ສະເໜີຂອງ ສະພາຄວາມໝັ້ນຄົງ ສປຊ ມະຕິເລກທີ 2529 (ປີ 2020) ແລະ ປະຕິບັດສຳເລັດໜ້າຂອງກົນໄກໂດຍໄວ.
(ແຫຼ່ງຄັດຈາກ VOV)