• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນມິດ​ຕະ​ພາບອັນ​ດ​ີ​ງາມ, ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ UAE

"UAE ເປັນຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ຢູ່ເຂດຕາເວັນອອກກາງ ດ້ວຍວົງເງິນການຄ້າສອງຝ່າຍບັນລຸໄດ້ປະມານ 6 ຕື້ USD/ປີ ເປັນປະຈຳ".

ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານ Mohammed Ibrahim Al Shaibani, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດລົງທຶນ ດູບາຍ (ພາບ: VGP)

ຕອນເຊົ້າວັນທີ 25 ມີນາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ Mohammed Ibrahim Al Shaibani, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດລົງທຶນ ດູບາຍ, ຂຶ້ນກັບສະຫະລັດອາຣັບເອັມມີເລດ (UAE), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: UAE ເປັນຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ຢູ່ເຂດຕາເວັນອອກກາງ ດ້ວຍວົງເງິນການຄ້າສອງຝ່າຍບັນລຸໄດ້ປະມານ 6 ຕື້ USD/ປີ ເປັນປະຈຳ.

ທ່ານນາຍົກລັດຖະມົນຕີໄດ້ສະແດງໃຫ້ເຫັນວ່າ ພ້ອມແລ້ວທີ່ຈະຮ່ວມມືກັບ UAE ແລະ ກຸ່ມບໍລິສັດເພື່ອເພີ່ມທະວີການນຳແຮງງານ ຫວຽດນາມ ໄປເຮັດວຽກ ຢູ່ປະເທດນີ້. ທ່ານ ນາຍົກລັດຖະມົນຕີເນັ້ນໜັກວ່າ ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ ຂອງ ຫວຽດນາມ ມີຄວາມເອົາໃຈໃສ່ເປັນພິເສດເຖິງໂຄງການເຂດພັກຜ່ອນບຳລຸງສຸຂະພາບ ແລະ ບັນເທີງດ້ວຍຂອບຂະໜາດໃຫຍ່ຢູ່ແຂວງ ກວາງນາມ ຂອງກຸ່ມບໍລິສັດກໍ່ຄື ຫວັງວ່າກຸ່ມບໍລິສັດລົງທຶນດູບາຍຈະເປີດກ້ວາງການລົງທຶນເຂົ້າໃນບັນດາຂົງເຂດອື່ນໆຄື: ພະລັງງານ ແລະ ບັນລຸໄດ້ຜົນສຳເລັດຢູ່ ຫວຽດນາມ.

        ສ່ວນທ່ານ Mohammed Ibrahim Al Shaibani ໃຫ້ຮູ້ວ່າ ກຸ່ມບໍລິສັດມີຈຸດປະສົງຈະມາ ຫວຽດນາມ ເພື່ອຊອກຮູ້ກາລະໂອກາດ, ເປີດກ້ວາງການດຳເນີນທຸລະກິດ, ຊອກຫາບັນດາຄູ່ຮ່ວມມືທີ່ໜ້າໄວ້ວາງໃຈຢູ່ ຫວຽດນາມ ເພື່ອດຳເນີນທຸລະກິດໃນໄລຍະຍາວ. ກໍ່ຄື ມີຄວາມຫວັງຢາກຮ່ວມມືກັບ ຫວຽດນາມ ເພື່ອນຳ ແຮງງານ ຫວຽດນາມໄປເຮັດວຽກຢູ່ UAE, ພິເສດແມ່ນໃນຂົງເຂດ ການທ່ອງທ່ຽວ ແລະ ໂຮງແຮມ.

ແລະກໍ່ໃນຕອນບ່າຍວັນທີ 25 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Peter Altmaier, ລັດຖະມົນຕີກະຊວງເສດຖະກິດ ແລະ ພະລັງງານເຢຍລະມັນ ແລະ ທ່ານ Alfred Kelly, ຜູ້ອຳນວຍການໃຫຍ່ບໍລິການກຸ່ມບໍລິສັດ VISA ອາເມລິກາ ເຊັ່ນດ່ຽວກັນ.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top