• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດສົນທິສັນຍາກົດໝາຍວ່າດ້ວຍທະເລ

      ແຕ່ວັນທີ 11 – 14 ມິຖຸນາ, ທີ່ສຳນັກງານສະຫະປະຊາຊາດຢູ່ ນິວຢອກ, ໄດ້ດຳເນີນກອງປະຊຸມຄັ້ງທີ 28 ບັນດາປະເທດສະມາຊິກສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ (ພາບ: AP)
      ເຂົ້າຮ່ວມກອງປະຊຸມ ມີຜູ້ຕາງໜ້າຂອງກ່ວາ 100 ປະເທດສະມາຊິກ UNCLOS, ຜູ້ຕາງໜ້າບັນດາອົງການໄດ້ສ້າງຕັ້ງຕາມສົນທິສັນຍາ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້ຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ ຊີ້ແຈ້ງວ່າ: ຫວຽດນາມ ຍາມໃດກໍ່ມີແຜນນະໂຍບາຍແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນ ມີ UNCLOS.
        ຫວຽດນາມ ຮຽກຮ້ອງບັນດາປະເທດສະມາຊິກທັງໝົດເຄົາລົບບັນດາຂໍ້ກຳນົດຂອງສົນທິສັນຍາຢ່າງຄົບຖ້ວນ, ເຄົາລົບບັນດາວິວັດທະນາການທາງການທູດ ແລະ ນິຕິກຳ, ຊຸກຍູ້ການນຳໃຊ້ທະເລ ແລະ ມະຫາສະມຸດແບບຍືນຍົງ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ເຂດທະເລ.
        ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ເນັ້ນໜັກວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາເຄົາລົບ ແລະ ປະຕິບັດບັນດາຂໍ້ກຳນົດຂອງສົນທິສັນຍາຢ່າງຄົບຖ້ວນ,  ຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງສາກົນອະນຸລັກຮັກສາ ແລະ ພັດທະນາທະເລ ແລະ ມະຫາສະມຸດແບບຍືນຍົງ ເພື່ອອະນາຄົດລວມຂອງມວນມະນຸດ.
 (ແຫຼ່ງຄັດຈາກ VOV)
 

 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ພັກ​ກອມ​ມູ​ນິດ ຫວຽດນາມ - ຈາ​ກກອງ​ປະ​ຊຸມ​ໃຫຍ່​ຮອດກອງ​ປະ​ຊຸມ​ໃຫຍ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ພັກ​ກອມ​ມູ​ນິດ ຫວຽດນາມ - ຈາ​ກກອງ​ປະ​ຊຸມ​ໃຫຍ່​ຮອດກອງ​ປະ​ຊຸມ​ໃຫຍ່

ບັນດາເອກະສານ, ພາບຖ່າຍ, ວັດຖຸອຸປະກອນທີ່ເກັບຮັກສາຢ່າງລະມັດລະວັງ ໄດ້ວາດພາບຄືນວິວັດການກຳເນີດ ແລະ ພັດທະນາຂອງພັກກອມມູນິດ ຫວຽດນາມ ຢ່າງມີຊີວິດຊີວາ.

Top