• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ເບລາຣຸດຈະຊຸກຍູ້ບັນດາຮູບແບບການຮ່ວມມືໃໝ່

      ໃນຂອບເຂດການຢ້ຽມຢາມ ເບລາຣຸດ, ທ່ານເວືອງດິ່ງເຫ້ວໄດ້ໄປຢ້ຽມຢາມບໍລິສັດເຕັກໂນໂລຢີສູງ ADANI, ໂຮງງານຜະລິດລົດໂອໂຕ, ລົດບັນທຸກ MAZ - ບັນດາວິສາຫະກິດແຖວໜ້າຂອງ ເບລາຣຸດ ທີ່ພວມມີການຮ່ວມມືກັບ ຫວຽດນາມ

ການເຈລະຈາລະຫວ່າງ , ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານ Igor Lyashenko ຮອງນາຍົກລັດຖະມົນຕີ ເບລາຣຸດ (ພາບ: VGP)
      ໃນຂອບເຂດການຢ້ຽມຢາມ ເບລາຣຸດ ຢ່າງເປັນທາງການຂອງ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ວັນທີ 13 ທັນວາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການ ເຈລະຈາກັບທ່ານ Igor Lyashenko ຮອງນາຍົກລັດຖະມົນຕີ ເບລາຣຸດ ເພື່ອແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກ່ວາອີກ, ປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ເບລາຣຸດ.
        ການນຳສອງທ່ານໄດ້ຖືວ່າ ຕ້ອງຊຸກຍູ້ບັນດາຮູບແບບການຮ່ວມມືໃໝ່, ລວມມີການສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດສອງປະເທດຮ່ວມດຳເນີນທຸລະກິດຜະລິດສິນຄ້າປະເພດຕ່າງໆທີ່ເປັນທ່າແຮງຂອງກັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນປະເທດຂອງ ຫວຽດນາມ ແລະ ເບລາຣຸດ, ມຸ່ງໄປເຖິງການສົ່ງອອກໄປຍັງຕະຫຼາດ ອາຊຽນ ແລະ ສະຫະພັນ ເສດຖະກິດ ອາຊີ - ເອີລົບ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top