
ທ່ານເອກອັກຄະລັດຖະທູດ ຫງວຽນກວກເກື່ອງ (ເບື້ອງຊ້າຍ) (ພາບ: VOV)
ຢູ່ແຂວງ Mie, ທ່ານເອກອັກຄະລັດຖະທູດໄດ້ພົບປະ ແລະ ແລກປ່ຽນກັບທ່ານ, ຜູ້ວ່າການ Suzuki, ເຈົ້າຄອງນະຄອນ Yokkaichi ແລະ ເຈົ້າຄອງນະຄອນ Matsuzaka, ການນຳຫ້ອງການການຄ້າອຸດສາຫະກຳ ແລະ ຜູ້ຕາງໜ້າວິສາຫະກິດຂອງແຂວງ. ເນື່ອງໃນໂອກາດການຢ້ຽມຢາມ, ແຂວງ Mie ກໍ່ໄດ້ຈັດຕັ້ງກອງປະຊຸມສຳມະນາ 2 ຄັ້ງກ່ຽວກັບ ຫວຽດນາມ. ເມື່ອຢ້ຽມຢາມນະຄອນ Yokkaichi, ນະຄອນທ່າກ່ຳປັ່ນໃຫຍ່ສຸດຂອງແຂວງ, ທ່ານ ເອກອັກຄະລັດຖະທູດ ຫງວຽນກວກເກື່ອງ ສະເໜີໃຫ້ ນະຄອນ Yokkaichi ໜູນຊ່ວຍ ຫວຽດນາມ, ພິເສດແມ່ນໃນວຽກງານຖ່າຍທອດເຕັກໂນໂລຢີ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດແກ້ໄຂສິ່ງແວດລ້ອມ.
(ແຫຼ່ງຄັດຈາກ VOV)