• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະຕິບັດຄຳໝັ້ນສັນຍາແຮງງານໃນສັນຍາ CPTPP ແລະ EVFTA

ກອງປະຊຸມສຳມະນາກ່ຽວກັບຄຳໝັ້ນສັນຍາແຮງງານຂອງ ຫວຽດນາມ ໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA)  ໄດ້ດຳເນີນໃນວັນທີ 4 ທັນວາ ຢູ່ ນະຄອນ ໂຮ່ຈິມິນ.

ທີ່ກອງປະຊຸມສຳມະນາ (ພາບ: TTXVN)

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືໂດຍໝູນອ້ອມເລື່ອງປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບແຮງງານໃນສັນຍາ CPTPP ແລະ EVFTA; ຂັ້ນຕອນການສະເໜີໃຫ້ສັດຕະຍາບັນບັນດາສົນທິສັນຍາຂອງອົງການແຮງງານສາກົນ (ILO) ແລະ ປັບປຸງ, ເພີ່ມເຕີມປະມວນກົດໝາຍວ່າດ້ວຍແຮງງານ; ບັນດາລະບອບລະບຽບການ ແລະ ບຸກຄະລາກອນ ຫວຽດນາມ ຄວນກະກຽມເພື່ອປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບແຮງງານໃນສັນຍາ CPTPP ແລະ EVFTA; ເລື່ອງປະຕິບັດບັນດາມາດຕະຖານແຮງງານສາກົນຢູ່ວິສາຫະກິດ…

        ທ່ານ ຢ໊ວານເໝົ້າຢຽບ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ ປັດຈຸບັນ ກະຊວງພວມຄົ້ນຄ້ວາຄວາມສາມາດໃນການໃຫ້ສັດຕະຍາບັນສົນທິສັນຍາພື້ນຖານຂອງອົງການແຮງງານສາກົນ 3 ສະບັບ ເພື່ອແນໃສ່ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາດ້ານແຮງງານຂອງ ຫວຽດນາມ ໃນບັນດາສັນຍາໃໝ່.

(ແຫຼ່ງຄັດຈາກ VOV)


ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ ເສົາຄ້ຳຂອງລັດທິຫຼາຍຝ່າຍ

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ “ເສົາຄ້ຳຂອງລັດທິຫຼາຍຝ່າຍ”

ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບສະຫະປະຊາຊາດ.

Top