• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະຕິບັດກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາສູບຢ່າງເຂັ້ມງວດ

      ວັນທີ 28 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ ໄດ້ຈັດຕັ້ງພິທີໂຮມຊຸມນຸມມິດຕິ້ງຕອບສະໜອງ ວັນໂລກປອດຢາສູບ 31 ພຶດສະພາ ແລະ ສັບປະດາປະເທດຊາດປອດຢາສູບ ແຕ່ວັນທີ 25-31 ພຶດສະພາ
(ພາບປະກອບ)
      ກ່ຽວກັບຫົວຂໍ້ “ນຳໃຊ້ຢາສູບ-ໄພນາບຂູ່ການພັດທະນາແບບຍືນຍົງຂອງບັນດາປະເທດ” .ກ່າວຄຳເຫັນນະ ທີ່ນີ້ ທ່ານ ນາງ ຫງ໊ວຽນທິກິມຕ໋ຽນ ລັດຖະມົນຕີກະຊວງສາທາລະນະສຸກ  ຫວຽດນາມ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງບັນດາທ້ອງຖິ່ນ ສືບຕໍ່”ປະຕິບັດກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຂອງຢາສູບ, ນຳຂໍ້ກຳນົດຫ້າມສູບຢາຢູ່ສະຖານທີ່ເຮັດວຽກເຂົ້າໃນກົດລະບຽບພາຍໃນຂອງບັນດາອົງການ, ຫົວໜ່ວຍ. ລັດຖະມົນຕີກໍ່ໄດ້ຮຽກຮ້ອງໃຫ້ປະຊາຊົນ, ພິເສດແມ່ນໄວໜຸ່ມບໍ່ຄວນສູບຢາສູບ. ວຽກງານ ກວດກາ, ກວດກາປັບໄໝບັນດາການລະເມີດກ່ຽວກັບຢາສູບຕ້ອງໄດ້ຮັບການປະຕິບັດຢ່າງ ເຄັ່ງຂັດ. ທ່ານ Lokky Wai, ຫົວໜ້າຫ້ອງການຜູ້ຕາງໜ້າອົງການອະນາໄມໂລກ ປະຈຳຫວຽດນາມຮຽກຮ້ອງ ໃຫ້ລັດຖະບານ ແລະ ຄູ່ຮ່ວມມືທັງໝົດຈົ່ງພ້ອມກັນມານະພະ ຍາຍາມຜ່ານຜ່າສິ່ງທ້າທາຍ ເພື່ອຫຼຸດຜ່ອນ ການນຳໃຊ້ຢາສູບ, ດ້ວຍວິທີ່ເພີ່ມອາກອນຢາ ສູບ, ຈະຊ່ວຍໃຫ້ຫຼຸດຜ່ອນຄວາມຕ້ອງການສຳລັບຜະລິດຕະພັນອັນຕະລາຍນີ້ ແລະ ຊ່ວຍຮັບປະກັນໃຫ້ອະນາຄົດມີຄວາມປອດໄສແລະ ໝັ້ນຄົງກວ່າໃຫ້ແກ່ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top