• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕັ້ງໜ້າຕອບສະໜອງວັນບໍລິຈາກເລືອດໃນໂລກ

ວັນທີ 14 ມິຖຸນາ ແມ່ນວັນ “ບໍລິຈາກເລືອດໃນໂລກ”. ນີ້ແມ່ນໂອກາດເພື່ອເຊີດຊູການກະທຳອັນສູງສົ່ງຂອງຜູ້ບໍລິຈາກເລືອດ, ເຊິ່ງໄດ້ກູ້ເອົາຊີວິດໃຫ້ຄົນເຈັບໃນໂລກນັບຫລາຍລ້ານຄົນໃນແຕ່ລະປີ. ຢູ່ຫວຽດນາມ, ມີການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍ ພວມດຳເນີນໄປ.

 (ພາບປະກອບ/TTXVN)

ວັນທີ 13 ມິຖຸນາ, ທີ່ວັດ ກ໊ວານຊື - ສຳນັກງານສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ, ຄະນະປະຈຳສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ສົມທົບກັບສູນກາງສະພາກາແດງ ຫວຽດນາມ ແລະ ສະຖາບັນໂລຫິດສາດ - ສົ່ງເລືອດສູນກາງ ຈັດຕັ້ງວັນບຸນ “ບໍລິຈາກເລືອດກູ້ເອົາຊີວິດ”.

ເຂົ້າຮ່ວມເຫດການດັ່ງກ່າວມີບັນດາຜູ້ມີຍົດຖາບັນດາສັກສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ ແລະ ພະສົງສຳມະເນເນ, ພຸດທະສາສະນິກກະຊົນປະມານ 300 ຄົນສະໝັກໃຈເຂົ້າຮ່ວມການບໍລິຈາກເລືອດມະນຸດສະທຳ. ໃນລະຫວ່າງວັນທີ 13 – 14 ມິຖຸນາ, ຄະນະຊີ້ນຳການບໍລິຈາກເລືອດສະໝັກໃຈນະຄອນ ຫາຍຟ່ອງ ຈັດຕັ້ງວັນບຸນບໍລິຈາກເລືອດ ແລະ ເຊີດຊູຜູ້ບໍລິຈາກເລືອດດີເດັ່ນປີ 2020 ຢູ່ມະຫາວິທະຍາໄລການແພດການຢາ ຫາຍຟ່ອງ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top