• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນລັດເຊຍ

      ໂດຍສືບຕໍ່ລາຍການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນລັດເຊຍ, ວັນທີ 07 ທັນວາ, ທ່ານຫົວໜ້າຄະນະກຳມະການກວດກາສູນກາງ ຫວຽດນາມ ເຈີ່ນກວກເວື້ອງ ໄດ້ມີບັນດາການພົບປະເຈລະຈາກັບ ທ່ານປະທານສະພາສະຫະພັນລັດເຊຍ (ສະພາສູງ) Evgheny Pushmin; ທ່ານປະທານພັກຄອມມູນິດສະຫະພັນລັດເຊຍ Genady Zyuganov.

ທ່ານ ເຈີ່ນກວກເວື້ອງ ພົບປະເຈລະຈາກັບ ທ່ານປະທານພັກຄອມມູນິດສະຫະພັນລັດເຊຍ Genady Zyuganov.
      ໃນການພົບປະເຈລະຈາກັບການນຳສະພາສູງ ສະຫະພັນລັດເຊຍ, ສອງຝ່າຍຖືວ່າ ການພົວພັນສອງປະເທດແມ່ນການພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານ. ໄລຍະຜ່ານມາ, ການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດໄດ້ມີບັນດາບາດກ້າວພັດທະນາຢ່າງເຂັ້ມແຂງ ໂດຍຜ່ານບັນດາການຢ້ຽມຢາມຂັ້ນສູງຂອງການນຳສອງສະພາແຫ່ງຊາດ. ສະພາແຫ່ງຊາດ ຫວຽດນາມ ແລະ ສະພາສະຫະພັນລັດເຊຍ ໄດ້ລົງນາມໃນເອກະສານຂໍ້ຕົກລົງຮ່ວມມືຫຼາຍສະບັບ ແລະ ສ້າງສາຍພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາຄະນະກຳມະການສະເພາະກິດ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງປະຊາຊົນສອງປະເທດເລິກເຊິ່ງກວ່າອີກ; ກໍ່ຄືໄດ້ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງສອງສະພາແຫ່ງຊາດ.
      ທີ່ການພົບປະເຈລະຈາກັບ ທ່ານປະທານພັກຄອມມູນິດສະຫະພັນລັດເຊຍ, ສອງຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບສະພາບການຂອງສອງພັກ, ການພົວພັນຂອງສອງປະເທດ ກ່ຽວກັບວຽກງານກໍ່ສ້າງພັກ. ກ່ຽວກັບກຳນົດທິດການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຖືວ່າຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ ໃນປີ 2018; ຄວນດຳເນີນການພົບປະແລກປ່ຽນການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງມະຫາຊົນຂອງສອງພັກ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງຄະນະຊາວໜຸ່ມ.
        ຕອນເຊົ້າວັນດຽວກັນ, ທ່ານຫົວໜ້າຄະນະກຳມະການກວດກາສູນກາງ ເຈີ່ນກວກເວື້ອງ ໄດ້ມາຖະຫວາຍດອກໄມ້ຢູ່ອະນຸສາວະລີລຸງໂຮ່ ຢູ່ນະຄອນຫຼວງ ມອດສະກູ ແລະ ຢ້ຽມຢາມສຸສານເລ-ນິນ.
ແຫຼ່ງຄັດຈາກ VOV

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top