• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ກຽມພ້ອມສະໜັບສະໜູນ ແລະ ຊ່ວຍເຫຼືອລາວ ໃນການສ້າງສະຖຽນລະພາບ ແລະ ພັດທະນາເສດຖະກິດ

ສອງຝ່າຍຈະຮ່ວມມືກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ລິເລີ່ມ, ຂໍ້ຕົກລົງທີ່ການນຳທັງສອງຝ່າຍໄດ້ເຫັນດີນຳກັນຢ່າງມີປະສິດທິຜົນ.“ຫວຽດນາມ ກຽມພ້ອມສະໜັບສະໜູນ ແລະ ຊ່ວຍເຫຼືອລາວ ໃນການສ້າງສະຖຽນລະພາບ ແລະ ພັດທະນາເສດຖະກິດ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ກ່າວທີ່ການຕ້ອນຮັບຜູ້ວ່າການທະນາຄານແຫ່ງ ສປປ ລາວ ສອນໄຊ ສິດພະໄຊ ພວມຢ້ຽມຢາມ ຫວຽດນາມ ໃນຕອນເຊົ້າວັນທີ 9 ມັງກອນ 2019.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ຕ້ອນຮັບຜູ້ວ່າການທະນາຄານແຫ່ງ ສປປ ລາວ ສອນໄຊ ສິດພະໄຊ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມື ລະຫວ່າງ ທະນາຄານແຫ່ງລັດ ຫວຽດນາມ ແລະ ທະນາຄານແຫ່ງ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງເຊື່ອໝັ້ນວ່າສອງຝ່າຍຈະຮ່ວມມືກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ລິເລີ່ມ, ຂໍ້ຕົກລົງທີ່ການນຳທັງສອງຝ່າຍໄດ້ເຫັນດີນຳກັນຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ກໍ່ໄດ້ຊີ້ນຳຂະແໜງການທະນາຄານ ຫວຽດນາມ ສືບຕໍ່ຮ່ວມມື ແລະ ຕັ້ງໜ້າໜູນຊ່ວຍແກ່ ທະນາຄານແຫ່ງ ສປປ ລາວ ຜ່ານບັນດາການເຄື່ອນໄຫວຄືການສົ່ງຜູ້ຊ່ຽວຊານເກັ່ງໄປຊ່ວຍເຫຼືອລາວ.

ສ່ວນທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ສອນໄຊ ສິດພະໄຊ ກໍ່ສະແດງຄວາມປາຖະໜາຢາກໄດ້ຮັບການຮ່ວມມື, ຊ່ວຍເຫຼືອ, ແບ່ງປັນບົດຮຽນຈາກຝ່າຍ ຫວຽດນາມ ໂດຍສະເພາະແມ່ນໃນຂົງເຂດການເງິນ, ທະນາຄານ ກໍຄືບັນຫາການຄຸ້ມຄອງການແລກປ່ຽນເງິນຕາຕ່າງປະເທດ, ການບໍລິຫານນະໂຍບາຍເງິນຕາ, ອັດຕາແລກປ່ຽນ.

 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top