• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມໜູນຊ່ວຍລາວປ້ອງກັນ,ຕ້ານໂລກລະບາດໂຄວິດ-19

ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳລາວ ໄດ້ມອບເງິນຈຳນວນ 60 ລ້ານກີບໃຫ້ຜູ້ຕາງໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງລາວ.


ພິທີມອບເງິນຈຳນວນ 60 ລ້ານກີບເພື່ອໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງລາວ

(ພາບ: vietnamplus.vn)


ຕອນເຊົ້າວັນທີ 22 ເມສາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳລາວ ໄດ້ມອບເງິນຈຳນວນ 60 ລ້ານກີບໃຫ້ຜູ້ຕາງໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງລາວ, ຈຳນວນເງິນດັ່ງກ່າວໂດຍພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການອ້ອມຂ້າງສະຖານທູດຫວຽດນາມ ປະຈຳລາວ ສະໜັບສະໜູນເພື່ອແນໃສ່ພ້ອມກັບລັດຖະບານ ແລະ ປະຊາຊົນລາວ ໃນວຽກງານຄວບຄຸມ, ຕ້ານໂລກລະບາດຢູ່ປະເທດນີ້.

ໂດຍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ, ທ່ານ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ລາວ, ໄດ້ກ່າວສະແດງຄວາມຂອບໃຈຕໍ່ນ້ຳໃຈຂອງພະນັກງານ, ພາລະກອນສະຖານທູດ ກໍຄືບັນດາອົງການອ້ອມຂ້າງສະຖານທູດຫວຽດນາມ ປະຈຳລາວ. ທ່ານລັດຖະມົນຕີ ບຸນກອງ ສີຫາວົງ, ກໍ່ຢືນຢັນວ່າ, ບັນດາການໜູນຊ່ວຍ, ການຊ່ວຍເຫຼືອຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ບໍ່ພຽງແຕ່ປະກອບສ່ວນສຳຄັນເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ລາວ ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນນ້ຳໃຈຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວ ອີກດ້ວຍ.

 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top