• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມໃຫ້ຄໍາໝັ້ນສັນຍາປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ

ໃນຂອບເຂດເວທີປາໄສການເມືອງຂັ້ນສູງ (HLPE) ກ່ຽວກັບການພັດທະນາແບບຍືນຍົງຂອງສະພາເສດຖະກິດ - ສັງຄົມ ສະຫະປະຊາຊາດ. ວັນທີ 16 ກໍລະກົດ, ຢູ່ສໍານັກງານສະຫະປະຊາຊາດ, ນິວຢັອກ, ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນເທ໋ເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ນໍາສະເໜີບົດລາຍງານ ປະເທດອາສາສະໝັກ (VNR) ກ່ຽວກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG). 


ທ່ານ ຫງວຽນເທ໋ເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ທ່ານນາງເອອັກຄະລັດຖະທູດ ຫງວຽນເຟືອງງາ ແລະ ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈໍາ ສປຊ

(ພາບ: vietnam+)

ນະທີ່ນີ້, ທ່ານຮອງລັດຖະມົນຕີ ຫງວຽນເທ໋ເຟືອງ ຢັ້ງຢືນ ຫຼັກໝັ້ນ ກ່ຽວກັບການພັດທະນາແບບຍືນຍົງ ເຊິ່ງຫວຽດນາມ ໄດ້ສົມທົບປະຕິບັດໃນບັນດາຍຸດທະສາດ, ແຜນການພັດທະນາເສດຖະກິດ - ສັງຄົມ ແລະ ໄດ້ຫັນເປັນລະອຽດໃນບັນດາແຜນນະໂຍບາຍດໍາເນີນງານແຫ່ງຊາດ ປະຕິບັດໂຄງການດໍາເນີນງານ ປີ 2030 ດ້ວຍ 115 ເປົ້າໝາຍລະອຽດ ໃຫ້ສອດຄ່ອງກັບເງື່ອນໄຂ ແລະ ບຸລິມະສິດພັດທະນາຂອງປະເທດ. ຫວຽດນາມກໍມີບັນດາບາດກ້າວເດີນໃນການເພີ່ມທະວີຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນທຸກຂົງເຂດ ຄື ການເມືອງ, ເສດຖະກິດ, ວັດທະນະທໍາ ແລະ ສັງຄົມ.

        ໄປຄຽງຄູ່ກັນນັ້ນ, ຫວຽດນາມກໍເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ. ພ້ອມທັງຊຸກຍູ້ບັນດາການພົວພັນຄູ່ຮ່ວມມືໃນທົ່ວໂລກ, ບັນດາການພົວພັນຄູ່ຮ່ວມມືລະຫວ່່າງ ພາກລັດ - ເອກະຊົນ  ຢ່າງແຮງ ເພື່ອຮັບປະກັນແຫຼ່ງກໍາລັງໃຫ້ແກ່ການພັດທະນາແບບຍືນຍົງ.

        ຫຼັງຈາກສິ້ນສຸດການສະເໜີບົດລາຍງານຂອງທ່ານຫົວໜ້າຄະນະຫວຽດນາມ ແລ້ວ, ໄດ້ດໍາເນີນການໂອ້ລົມສົນທະນາກັບບັນດາຜູ້ແທນຕ່າງປະເທດ. ບັນດາຜູ້ແທນເຂົ້າຮ່ວມ ໄດ້ຮັບຮູ້ ແລະ ຕີລາຄາສູງຄວາມມະນາພະຍາຍາມ, ຜົນງານ ແລະ ຄໍາໝັ້ນສັນຍາຂອງຫວຽດນາມໃນການພັດທະນາແບບຍືນຍົງ, ອັນໄດ້ສະແດງໃຫ້ເຫັນເຖິງຄວາມຈິງຈັງຂອງຫວຽດນາມ. ພ້ອມກັນນັ້ນ, ສະເໜີໃຫ້ຫວຽດນາມ ຈົ່ງແບ່ງປັນບົດຮຽນໃນການສົມທົບປະຕິບັດບັນດາເປົ້າໝາຍ ພັດທະນາແບບຍືນຍົງເຂົ້າໃນບັນດາຍຸດທະສາດ, ແຜນການພັດທະນາເສດຖະກິດ - ສັງຄົມ ແຫ່່ງຊາດ. 

(ແຫຼ່ງຄັດຈາກ VOV)


ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top