• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະສ.ເກົາຫຼີເພີ່ມມະວີການຮ່ວມມືໃນຂົງເຂດສິ່ງແວດລ້ອມ

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສິ່ງ​ແລ​ດ​ລ້ອມ​ຫວຽດ​ນາມ - ສ.ເກົາ​ຫຼີ ຄັ້ງ​ທີ 13
(ພາບ: daibieunhandan.vn)
      ຕອນ​ບ່າຍ​ວັນ​ທີ 29/03, ຢູ່​ຮ່າ​ໂນ້ຍ ໄດ້​ດຳ​ເນີນກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສິ່ງ​ແລ​ດ​ລ້ອມ​ຫວຽດ​ນາມ - ສ.ເກົາ​ຫຼີ ຄັ້ງ​ທີ 13. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ເພືຶ່ອ​ໃຫ້ 2 ປະ​ເທດ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວສານ, ແບ່ງ​ປັນ​ບົດ​ຮຽນ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິ່ງ​ແວ​ດ​ລ້ອມ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ຫວຽດ​ນາມ ເຈີນ​ຮົ່ງ​ຮ່າ, ຊີ້​ແຈ້ງວ່າ.
        “ຂ້າ​ພະ​ເຈົ້າ​ຖື​ວ່າ, ບັນ​ດາ​ບົດ​ຮຽນ​ຂອງ​ສ.ເກົາ​ຫຼີ ແມ່ນ​ເໝາະ​ສົມ​ກັບ​ເງື່ອນ​ໄຂ ແລະ ສະ​ພາບ​ການ​ຂອງ​ຫວຽດ​ນາມ ທີ່​ສຸດ. ຂ້າ​ພະ​ເຈົ້າ​ປາດ​ຖ​ະ​ໜາ​ວ່າ ບັນ​ດາ​ຫົວ​ໜ່ວຍ​ສ້າງ​ນະ​ໂຍ​ບາຍ​ຂອງ 2 ຝ່າຍ, ບັນ​ດາ​ອົງ​ການ​ຄຸ້ມ​ຄອ​ງ​ດ້ານ​ວິ​ຊາ​ສະ​ເພາະ, ເຕັກ​ນິກ​ຂອງ 2 ຝ່າຍ ຈະ​ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມື ແລະ ສາ​ມາດ​ຮ່ວມ​ມື​ເຊິ່​ງ​ກັນ ແລະ ກັນ ແລະ ຖ່າຍ​ຖອດ​​ບັນ​ດາ​ບົດ​ຮຽນ​ໃຫ້​ກັນກ່ຽວ​ກັບ​ການ​ຄຸ້ມ​ຄອງ​ກໍ່​ຄື​ສ້າງ​ນະ​ໂຍບ​າຍ​ໃຫ້​​ສົມ​ບູນ​ແບບ.​”
        ທີ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ຫວຽດ​ນາມ - ສ.ເກົາ​ຫຼີ ຄັ້ງ​ທີ 13, 2 ຝ່າຍ​ໄດ້​​ກວດ​ກາ, ຕີ​ລ​າ​ຄາ​ກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ກ່ອນນີ້ ແລະ ສືບ​ຕໍ່​ແລກ​ປ່ຽນ​ກ່ຽວ​ກັບ​ຄວາມ​ສາ​ມາດ​ຮ່ວມ​ມື​ໃນ​ໄລ​ຍະ 2017 – 2020.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top