• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແມ່ນໃຈກາງຂອງລະບົບສະໜອງຢູ່ອາຊີ

ເງິນເດືອນທີ່ຈ່າຍໃຫ້ຜູ້ອອກແຮງງານຫວຽດນາມ ຈະບໍ່ເພີ່ມຂຶ້ນຢ່າງໄວທີ່ສາມາດກໍ່ຄວາມເສຍຫາຍເຖິງການແກ່ງແຍ້ວຂອງຫວຽດນາມ.
(ພາບປະກອບ: TTXVN)

ຫວຽດນາມ ພວມກ້າວຂຶ້ນ ສືບຕໍ່ແມ່ນປັດໃຈຂອງບັນດາລະບົບສະໜອງທີ່ພວມມີການປ່ຽນແປງ ແລະ ແມ່ນໜຶ່ງໃນບັນດາສະຖານທີ່ຜະລິດແກ່ງແຍ້ງທີ່ສຸດຢູ່ອາຊີ - ປາຊີຟິກ. ນັ້ນແມ່ນຂໍ້ສັງເກດຂອງພາກສ່ວນໄຈ້ແຍກຂໍ້ມູນ EIU (Economist Intelligence Unit) ໃນບົດລາຍງານຕີລາຄາກ່ຽວກັບຫວຽດນາມ ເຊິ່ງປະກາດໃນວັນທີ 13 ມັງກອນ.

        ໃນບົດລາຍງານດ້ວຍຫົວຂໍ້ວ່າ “ຫວຽດນາມ ພວມກ້າວຂຶ້ນ”: ບົດບາດຂອງຫວຽດນາມ ໃນບັນດາລະບົບສະໜອງທີ່ພວມມີການປ່ຽນແປງຢູ່ອາຊີ”, EIU ໄດ້ສະໜອງການຕີລາຄາລະອຽດກ່ຽວກັບບັນດາຈຸດດີ ແລະ ຈຸດອ່ອນໃນນະສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງຫວຽດນາມ.

        ໃນຂົງເຂດອອກແຮງງານ, EIU ຖືວ່າ, ເງິນເດືອນທີ່ຈ່າຍໃຫ້ຜູ້ອອກແຮງງານຫວຽດນາມ ຈະບໍ່ເພີ່ມຂຶ້ນຢ່າງໄວທີ່ສາມາດກໍ່ຄວາມເສຍຫາຍເຖິງການແກ່ງແຍ້ວຂອງຫວຽດນາມ,  ເຖິງຢ່າງໃດກໍ່ຕາມ ຕ້ອງບຳລຸງສ້າງຜູ້ອອກແຮງງານທີ່ມີສີມືແຮງງານ. ໃນຂົງເຂດການລົງທຶນ, ບັນດານັກຜະລິດເຕັກໂນໂລຊີສູງຈະສືບຕໍ່ໄດ້ຮັບບຸລິມະສິດໃນຫຼາຍປີຈະມາເຖິງ. ນອກນັ້ນ, ຫວຽດນາມ ໄດ້ເຂົ້າຮ່ວມສົນທິສັນຍາການຄ້າຫຼາຍສະບັບ ແລະ ຮັກສາການພົວພັນກັບບັນດາຄູ່ຄ້າເປັນຢ່າງດີ, ອັນໄດ້ຊ່ວຍການຫຼຸດລາຍຈ່າຍໃນການແລກປ່ຽນການຄ້າຂອງບັນດາວິສາຫະກິດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top