• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມສັກວັກຊິນກັນ ໂຄວິດ-19 ໄດ້ຫຼາຍກ່ວາ 170 ລ້ານໂດສ ໃນທົ່ວປະເທດ

      ໃນ 24 ຊົ່ວໂມງທີ່ຜ່ານມາ,  ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 16.838 ຄົນ, ໃນນັ້ນ ມີ 75 ກໍລະນີມາຈາກຕ່າງປະເທດ ແລະ 16.763 ກໍລະນີຢູ່ 63 ແຂວງ, ນະຄອນພາຍໃນປະເທດ
ລົດພະຍາບານມາຮັບຄົນເຈັບ
           ເປັນອັນວ່າ ມາຮອດປະຈຸບັນ, ຫວຽດນາມມີຜູ້ຕິດເຊື້ອ ໂຄວິດ-19 ລວມທັງໝົດ 2.062.128 ຄົນ
    ກໍໃນວັນທີ 18 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ 8.692 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 1.756.154 ຄົນ. ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອຖືກເສຍຊີວິດ 184 ຄົນ
    ແລະ ກໍຮອດຕອນບ່າຍວັນທີ 18 ມັງກອນ, ຫວຽດນາມ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ ຫຼາຍກ່ວາ 170 ລ້ານໂດສ. 
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top