• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມສະເໜີໃຫ້ເລື່ອນວັນເວລາຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ດ່າໜັງ

      ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກໄດ້ຢັ້ງຢືນວ່າ ຫວຽດນາມ ໄດ້ຕັ້ງໜ້າກະກຽມທຸກດ້ານແລະມາຮອດປັດຈຸບັນ ໄດ້ປະຕິບັດວຽກງານຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ສຳເລັດໂດຍພື້ນຖານແລ້ວ ແຕ່ວ່າ ການດັດປັບວັນເວລາຈັດຕັ້ງກອງປະຊຸມ ແມ່ນມີຄວາມຈຳເປັນ ໃນສະພາບການໂລກລະບາດ Covid – 19 ນັບມື້ນັບແຜ່ລະບາດໃນວົງກ້ວາງຢູ່ພາກພື້ນແລະໃນໂລກ.

ທຸງອາຊຽນ
      ຕໍ່ໜ້າສະພາບການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19, ວັນທີ 19 ມີນາ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍໄປຍັງການນຳບັນດາປະເທດອາຊຽນແລະນິວຊີແລນ ສະເໜີໃຫ້ເລື່ອນວັນເວລາຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແລະກອງປະຊຸມບັນດາການນຳອາຊຽນ - ນິວຊີແລນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຄາດວ່າຈະຈັດຕັ້ງໃນວັນທີ 08 – 09 ເມສາ 2020 ຢູ່ດ່າໜັງໄປຈັດໃສ່ທ້າຍເດືອນມິຖຸນາ 2020.
            ໃນຈົດໝາຍດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກໄດ້ຢັ້ງຢືນວ່າ ຫວຽດນາມ ໄດ້ຕັ້ງໜ້າກະກຽມທຸກດ້ານແລະມາຮອດປັດຈຸບັນ ໄດ້ປະຕິບັດວຽກງານຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ສຳເລັດໂດຍພື້ນຖານແລ້ວ ແຕ່ວ່າ ການດັດປັບວັນເວລາຈັດຕັ້ງກອງປະຊຸມ ແມ່ນມີຄວາມຈຳເປັນ ໃນສະພາບການໂລກລະບາດ Covid – 19 ນັບມື້ນັບແຜ່ລະບາດໃນວົງກ້ວາງຢູ່ພາກພື້ນແລະໃນໂລກ. ທ່ານນາຍົກລັດຖະມົນຕີກໍ່ສະແດງຄວາມຂອບໃຈຕໍ່ບັນດາປະເທດ ທີ່ໄດ້ສະໜັບສະໜູນ, ຮ່ວມແຮງຮ່ວມໃຈກັບ ຫວຽດນາມ ຊຸກຍູ້ການສ້າງປະຊາຄົມອາຊຽນໃຫ້ສະໜິດຕິດພັນແລະເປັນເຈົ້າການຮັບມືໃນໄລຍະຜ່ານມາ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top