• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມມີເຄື່ອງໝາຍການຄ້າລອດເຂົ້າໃນ Top 400 ເຄື່ອງໝາຍການຄ້າມີມູນຄ່າທີ່ສຸດທົ່ວໂລກ

      ເຄື່ອງໝາຍການຄ້າ Viettel (ຂອງ ຫວຽດນາມ) ໄດ້ກຳນົດລາຄາ 5,8 ຕື້ USD, ເພີ່ມຂຶ້ນ 34% ເມື່ອ ທຽບກັບປີ 2019 (4,38ຕື້ USD).

ປັດຈຸບັນເຄື່ອງໝາຍການຄ້າ Viettel ຢື່ນຢູ່ອັນດັບທີ 355 ຂອງໂລກ(ພາບ: Vietel Store)
      Brand Finance, ຜູ້ໃຫ້ຄຳປຶກສາກ່ຽວກັບການກຳນົດລາຄາເຄື່ອງໝາຍການຄ້າແຖວໜ້າໂລກ, ຫາກໍປະກາດບັນຊີລາຍຊື່ 500 ເຄື່ອງໝາຍການຄ້າທີມີມູນຄ່າທີ່ສຸດທົ່ວໂລກປີ 2020. ຕາມການປະກາດແລ້ວ, ເຄື່ອງໝາຍການຄ້າ Viettel (ຂອງ ຫວຽດນາມ) ໄດ້ກຳນົດລາຄາ 5,8 ຕື້ USD, ເພີ່ມຂຶ້ນ 34% ເມື່ອ ທຽບກັບປີ 2019 (4,38ຕື້ USD). ເປັນອັນ, ປັດຈຸບັນເຄື່ອງໝາຍການຄ້າ Viettel ຢື່ນຢູ່ອັນດັບທີ 355 ຂອງໂລກ, ອັນດັບທີ 102ຂອງ ອາຊີ ແລະ  ອັນດັບທີ 7 ຂອງອາຊີຕາເວັນອອກສຽງໃຕ້. ບົດລາຍງານຂອງ Brand Finance ໃຫ້ຮູ້ວ່າ, ນີ້ແມ່ນບາດກ້າວຄວາມປະທັບໃຈ ແລະ ແມ່ນສູງທີ່ສຸດໃນຕາຕະລາງຈັດອັນດັບປີນີ້. Viettel ບັນລຸໄດ້ການເຕີບໂຕມູນຄ່າເຄື່ອງໝາຍການຄ້າສູງທີ່ສຸດຂອງໂລກໃນຂົງເຂດໂທລະຄົມມະນາຄົມ.
ກ່ອນນັ້ນ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮູ່ງ ພິນິດໄສວ່າ, Viettel ແມ່ນວິສາຫະກິດໂທລະຄົມມະນາຄົມໜຶ່ງດຽວໃນໂລກໄດ້ເຂົ້າຮ່ວມຂົງເຂດຄົ້ນຄ້ວາຜະລິດອຸປະກອນອິນເຕີແນດໂທລະຄົມມະນາຄົມ. Viettel ຫາກໍທົດລອງສຳເລັດການໂທ 5G ໃນອຸປະກອນທີຕົນເອງໄດ້ຄົ້ນຄ້ວາ ແລະ ຄາດຄະເນວ່າຈະປະກາດເຄື່ອງໝາຍການຄ້າໃນເດືອນມີຖຸນາ 2020.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top