• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມນຳໜ້າອາຊີຕາເວັນອອກສ່ຽງໃຕ້ກ່ຽວກັບການເຕີບໂຕດ້ານເງິນເດືອນ

      ຕາມຜົນການສຳຫຼວດຂອງ ບໍລິສັດທີ່ປຶກສາເອກະລາດຄຸ້ມຄອງລາຍຮັບຂອງຊາວຕ່າງປະເທດ (ECA), ຫວຽດນາມໄດ້ນຳໜ້າອາຊີຕາເວັນອອກສ່ຽງໃຕ້ກ່ຽວກັບການເຕີບໂຕດ້ານເງິນເດືອນ, ດ້ວຍລະດັບເພີ່ມຂຶ້ນຄາດຄະເນແມ່ນ 5,1% ໃນປີ 2020.

 (ພາບປະກອບ)
      ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ອິນເດຍຍັງຢືນຢູ່ອັນດັບທີ1 ຂອງອາຊີດ້ວຍລະດັບການເພີ່ມຂຶ້ນຂອງເງຶນເດືອນສະເລ່ຍ 5,4%. ຈີນຄາດຄະເນວ່າຈະບັນລຸໄດ້ 3,6% ໃນປີ 2020. ລະດັບເງິນເດືອນເພີ່ມຂຶ້ນຢູ່ພາກພື້ນອາຊີປາຊີຟິກແມ່ນປະມານ 3,2%, ສູງກວ່າຫຼາຍເມື່ອທຽບໃສ່ກັບລະດັບ 1,4% ໃນທົ່ວໂລກແລະ 1,1% ຂອງເອີລົບ. ໃນນັ້ນ, ຫວຽດນາມຢືນຢູ່ອັນດັບທີ 2 ຖັດຈາກອິນເດຍ.
        ຜູ້ອຳນວຍການ, ຮັບຜິດຊອບພາກພື້ນອາຊີຂອງECA, ທ່ານ Lee Quaneຖືວ່າຜູ້ອອກແຮງງານຢູ່ ຫວຽດນາມແລະໄທຈະໄດ້ຊົມໃຊ້ລະດັບເງິນເດືອນເພີ່ມຂຶ້ນສູງກວ່າການຕີລາຄາຂອງບໍລິສັດດັ່ງກ່າວ. ນີ້ແມ່ນທ່າອ່ຽງໄລຍະຍາວຂອງທັງຫວຽດນາມແລະໄທ, ກໍ່ຕໍ່ເມື່ອສະມັດຕະພາບການອອກແຮງງານຍັງສືບຕໍ່ເພີ່ມຂຶ້ນແລະໄພເງິນເຟີ້ໄດ້ຮັບການຄວບຄຸມ.
 (ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top