• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງເສີມການຄ້າ, ອຸດສາຫະກຳ ແລະ ດຶງດູດທຶນຮອນໃຫ້ແກ່ສະຫະກອນ

      ຕອນບ່າຍວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ສະຫະພັນສະຫະກອນຫວຽດນາມ ໄດ້ສົມທົບກັບສະຖາບັນເສດຖະກິດກະສິກຳອີນຊີ ຈັດກອງປະຊຸມສຳມະນາສົ່ງເສີມການຄ້າ, ເຕັກໂນໂລຊີ ແລະ ດຶງດູດທຶນຮອນໃນການພັດທະນາສະຫະກອນຫວຽດນາມ ແລະ ໄຂງານຕະຫຼາດນັດສົ່ງເສີມການຄ້າໃຫ້ແກ່ບັນດາສະຫະກອນປີ 2018.

ທ່ານ ຫງວຽນງອັກບາວ, ປະທານສະຫະພັນສະຫະກອນຫວຽດນາມ
(ພາບ: dangcongsan.vn)
      ປະຈຸບັນ, ຫວຽດນາມ ມີກວ່າ 20.000 ສະຫະກອນທີ່ພວມເຄື່ອນໄຫວ, ດ້ວຍສະມາຊິກກວ່າ 6,3 ລ້ານຄົນ ແລະ ມີຜູ້ອອກແຮງງານເຮັດວຽກເປັນປະຈຳ 2,5 ລ້ານຄົນ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນງອັກບາວ, ປະທານສະຫະພັນສະຫະກອນຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳການປ່ຽນແປງໃໝ່ກ່ຽວກັບການພັດທະນາເສດຖະກິດລວມໝູ່, ສະຫະກອນສູນກາງ, ໃຫ້ຮູ້ວ່າ.
      “ມີສະຫະກອນຫຼາຍແຫ່ງພວມປະສົບກັບຄວາມຫຍຸ້ງຍາກໃນບັນຫາສຳຜັດກັບແຫຼ່ງທຶນ, ຍ້ອນຂອບຂະໜາດຍັງຈຳກັດຢູ່, ການເງິນຂອງສະຫະກອນບາງແຫ່ງຍັງບໍ່ທັນກະຈ່າງແຈ້ງ ແລະ ຄວາມສາມາດໃນການບໍລິຫານຍັງຈຳກັດຢູ່. ສະນັ້ນ, ສະຫະພັນສະຫະກອນພວມສຸມໃສ່ໜູນຊ່ວຍສະມາຊິກຍົກສູງການບໍລິຫານ, ທ່ີ 2 ແມ່ນສ້າງລະບົບກວດສອບບັນຊີສະຫະກອນເພື່ອເພີ່ມລັກສະນະໂປ່ງໃສໃນການເຄື່ອນໄຫວ ແລະ ທີ 3 ແມ່ນໜູນຊ່ວຍສະຫະກອນສ້າງແຜນການຂຸດຄົ້ນທ່າແຮງຄວາມສາມາດບົ່ມຊ້ອນທີ່ເປັນໄປໄດ້. ພິເສດແມ່ນໜູນຊ່ວຍສະຫະກອນເຂົ້າຮ່ວມລະບົບ ເພື່ອມີສັນຍາຈຳໜ່າຍສິນຄ້າເປັນປົກກະຕິ ແລະ ຮ່ວມສຳພັນສະຫະກອນກັບວິສາຫະກິດ…”
      ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ຮ່າໂນ້ຍ ໄດ້ໄຂງານຕະຫຼາດນັດສົ່ງເສີມການຄ້າ ໃຫ້ແກ່ບັນດາສະຫະກອນປີ 2018.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top