• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົນທະນານະໂຍບາຍຂັ້ນສູງກ່ຽວກັບການພັດທະນາການທ່ອງທ່ຽວແບບຍືນຍົງ

      ສົນທະນານະໂຍບາຍຂັ້ນສູງກ່ຽວກັບການພັດທະນາການທ່ອງທ່ຽວແບບຍືນຍົງ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 19 ມິຖຸນາ ຢູ່ນະຄອນຮ້າລອງ ແຂວງກວາງນິງ

ທ່ານ ຫງວຽນງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ (ພາບອິນເຕີແນັດ)
      ການສົນທະນາມີຜູ້ແທນເຂົ້າຮ່ວມປະມານ 150 ທ່ານມາຈາກ 21 ພື້ນຖານເສດຖະກິດຢູ່ພາກພື້ນອາຊີ-ປາຊີຟິກ, ນັກປາຖະກະຖາຂອງອົງການຈັດຕັ້ງສາກົນທີ່ມີຊື່ສຽງຄື ອົງການທ່ອງທ່ຽວໂລກ, ສະຫະສະມາຄົມຂົນສົ່ງທາງອາກາດສາກົນ, ພັນທະພາບອານຸລັກຮັກສາທຳມະຊາດສາກົນ…..ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເນັ້ນໜັກວ່າ:
        ໃນສະພາບການປີ 2017 ໂດຍສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຄັດເລືອກເປັນປີສາກົນກ່ຽວກັບການທ່ອງທ່ຽວແບບຍືນຍົງເພື່ອການພັດທະນາ. ການສົນທະນານະໂຍບາຍຂັ້ນສູງກ່ຽວກັບການທ່ອງທ່ຽວແບບຍືນຍົງ ແມ່ນໂອກາດທີ່ດີເພື່ອໃຫ້ບັນດາພື້ນຖານເສດຖະກິດສະມາຊິກ APEC ພ້ອມກັນກຳນົດສະພາບການຢ່າງຈະແຈ້ງ ແລະ ວາງອອກບັນດາການກະທຳທີ່ແທດຈິງ, ມາດຕະການຢ່າງລະອຽດ ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ ແລະ ປະກອບສ່ວນເຂົ້າໃນການຜັນຂະຫຍາຍ 17 ຄາດໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ. ຄວາມມານະພະຍາຍາມ, ປະສິດທິຜົນຂອງການພັດທະນາການທ່ອງທ່ຽວແບບຍືນຍົງ ຈະປະກອບສ່ວນສຳຄັນເຂົ້າໃນອານາຄົດລວມກ່ຽວກັບປະຊາຄົມອາຊີ-ປາຊີຟິກທີ່ຂະຫຍັນຂັນເຄື່ອນ, ສະໜິດຕິດພັນ, ໝັ້ນຄົງ ແລະ ທົ່ວເຖິງ.
   ແລະ ກໍໃນຂອບເຂດການສົນທະນານະໂຍບາຍຂັ້ນສູງກ່ຽວກັບການພັດທະນາການທ່ອງທ່ຽວແບບຍືນຍົງ, ຕອນບ່າຍວັນທີ 19 ມິຖຸນາ, ຢູ່ນະຄອນຫ້າລອງ, ແຂວງກວາງນິງ, ບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຮັບຜິດຊອບການທ່ອງທ່ຽວ APEC ໄດ້ຮັບຮອງເອົາຖະແຫຼງການກ່ຽວກັບ ການທ່ອງທ່ຽວແບບຍືນຍົງດ້ວຍຫົວຂໍ້ “ ຊຸກຍູ້ການທ່ອງທ່ຽວແບບຍືນຍົງອາຊີ-ປາຊີຟິກຢາ່ງທົ່ວເຖິງ ແລະ ເຊື່ອມຈອດ ”. ນີ້ແມ່ນຖະແຫຼງການທີ່ມີຄວາມໝາຍສຳຄັນທີ່ສຸດ, ສົ່ງສານສະໜັບສະໜູນຢ່າງແຂງແຮງບັນດາຫຼັກການ ແລະ ການກະທຳ ແນໃສ່ຊຸກຍູ້ ການທ່ອງທ່ຽວແບບຍືນຍົງ. 
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top