• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຸມ​ໃສ່​ໄຈ້​ແຍກໝາກ​ຜົນ ແລະ ຂໍ້​ຈຳ​ກັດ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ

ຕອນບ່າຍວັນທີ 11 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ສະພາບການເສດຖະກິດ - ສັງຄົມໃນເດືອນກໍລະກົດ ແລະ 7 ເດືອນຕົ້ນປີ 2021; ບັນດາໜ້າທີ່, ມາດຕະການຈຸດສຸມໃນການແກ້ໄຂຄວາມຫຍຸ້ງຍາກ, ພັດທະນາເສດຖະກິດ - ສັງຄົມໃນຊຸມເດືອນທ້າຍປີ 2021. ກອງປະຊຸມດັ່ງກ່າວຖືກຈັດຂຶ້ນແບບທາງໄກ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: TTXVN)

ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ໃນເດືອນກໍລະກົດ ແລະ 7 ເດືອນຕົ້ນປີ 2021, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ, ໄລຍະຜ່ານມາ, ເສດຖະກິດມະຫາພາກເປັນປົກກະຕິໂດຍພື້ນຖານ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດສືບຕໍ່ໄດ້ຮັບການຮັບປະກັນ; ດັດຊະນີ CPI ສະເລ່ຍ 7 ເດືອນຕົ້ນປີ ເພີ່ມຂຶ້ນ 1,64%; ຕະຫຼາດເງິນຕາເປັນປົກກະຕິ; ການເຕີບໂຕສິນເຊື່ອມີສັນຍານຟື້ນຟູຢ່າງຕັ້ງໜ້າ, ໂດຍສະເພາະແມ່ນໃນເດືອນກໍລະກົດ. ໃນນັ້ນ, ການຜະລິດກະສິກຳເປັນປົກກະຕິໂດຍພື້ນຖານ; ຄວາມໝັ້ນຄົງດ້ານສະບຽງອາຫານໄດ້ຮັບປະກັນ. ດັດຊະນີການຜະລິດໃນທົ່ວຂະແໜງອຸດສາຫະກຳ (IIP) ໃນເດືອນກໍລະກົດ ເພີ່ມຂຶ້ນ 1,8% ເມື່ອທຽບໃສ່ເດືອນມິຖຸນາ ແລະ ເພີ່ມຂຶ້ນ 2,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

        ກ່ຽວກັບສະພາບການໂລກລະບາດໂຄວິດ - 19, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ ໃຫ້ຮູ້ວ່າ ໂລກລະບາດຍັງສືບຕໍ່ມີການຜັນແປຢ່າງສັບສົນ ແລະ ອາດຈະແກ່ຍາວ, ໂດຍສະເພາະແມ່ນຢູ່ນະຄອນ ໂຮ່ຈີມິນ ແລະ ທ້ອງຖິ່ນຕ່າງໆທາງພາກໃຕ້ ຫວຽດນາມ; ບາງແຂວງມີຄວາມສ່ຽງແຜ່ລະບາດຮອບໃໝ່ ອັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ - ສັງຄົມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top