
(ພາບປະກອບ/TTXVN)
DPA ໄດ້ຄັດສະເໜີຄຳເວົ້າຂອງທ່ານ Park Kidong ຜູ້ຕາງໜ້າ WHO ປະຈຳ ຫວຽດນາມ ທີ່ເຊື່ອໝັ້ນວ່າ ການເຂົ້າຮ່ວມຂອງລັດຖະບານ ຫວຽດນາມ ໂດຍໄວ ແມ່ນປັດໄຈຫຼັກແຫຼ່ງໃນການຕໍ່ສູ້ກັບ ໂຄວິດ-19. DPA ກໍ່ຕີລາຄາວ່າ ສ່ວນໃຫຍ່ໃນຜົນສຳເລັດຂອງ ຫວຽດນາມ ໃນການສະກັດກັ້ນໂລກລະບາດ ແມ່ນຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທົ່ວສັງຄົມ.
ແລະກໍ່ໃນວັນດຽວກັນ, ເວັບໄຊ 7news.com.au ໄດ້ຄັດສະເໜີບົດຂຽນຂອງ Chirs Humphrey ແລະ Bac Pham ຂອງສຳນັກຂ່າວສານ ອົດສະຕາລີ (APP) ຕີລາຄາ ຫວຽດນາມ ວ່າ: ຍ້ອນການສົມທົບກັນລະຫວ່າງການປ້ອງກັນ, ສະກັດກັ້ນໂດຍໄວ, ການວິໄຈຢ່າງກ້ວາງຂວາງ, ຄວບຄຸມເຊື້ອພະຍາດຢ່າງແຮງ ແລະ ມີຄວາມສາມັກຄີໃນສັງຄົມ, ມາຮອດປັດຈຸບັນ ຈິ່ງສາມາດຫຼີກລ້ຽງຄວາມສ່ຽງທີ່ຮ້າຍແຮງຂອງໂລກລະບາດ ໂຄວິດ-19 ໄດ້. ບົດຂຽນໃຫ້ຂໍ້ສັງເກດວ່າ ວິທີການເຊິ່ງປະຊາຊົນ ຫວຽດນາມ ຮັບມືຕໍ່ໂລກລະບາດກໍ່ເຂັ້ມງວດ ພ້ອມກັນນັ້ນ ແມ່ນການເຂົ້າຮ່ວມຂອງທັງລະບົບການເມືອງ ແລະ ປະຊາຊົນ.
(ແຫຼ່ງຄັດຈາກ VOV)