• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິ່ງ​ທ້າ​ທາຍ​ທົ່ວ​ໂລກ​ຈະ​ຖືກ​ແກ້​ໄຂ​ໄດ້​ຜ່ານ​ການ​ຮ່ວມ​ມືຫຼາ​ຍ​ຝ່າຍເທົ່າ​ນັ້ນ

ທ່ານ Abdulla Shahid ກໍ່ໃຫ້ຮູ້ວ່າ ສະມັດຊາໃຫຍ່ ສປຊ ຈະຈັດເຫດການ 1 ໃນວັນທີ 26 ຕຸລາ ດ້ວຍຫົວຂໍ້ “ການກະທຳເພື່ອດິນຟ້າອາກາດ ໃຫ້ແກ່ມະນຸດ, ໜ່ວຍໂລກ ແລະ ຄວາມວັດທະນາຖາວອນ” ເພື່ອປຶກສາຫາລືວິທີການຮັບມືກັບຄວາມນາບຂູ່ ຈາກສະພາບການປ່ຽນແປງຂອງດິນຟ້າອາກາດ.
ທ່ານປະທານສະມັດຊາໃຫຍ່ ສປຊ Abdulla Shahid (ພາບ:TTXVN)

ວັນທີ 1 ຕຸລາ,ໃນການຖະແຫຼງຂ່າວຄັ້ງທຳອິດ ນັບແຕ່ເວລາສັບປະດາປະຈຳປີສິ້ນສຸດລົງ, ທ່ານປະທານສະມັດຊາໃຫຍ່ ສປຊ Abdulla Shahid ໄດ້ປະກາດແຜນການໂຮມປະຊຸມຂັ້ນສູງ ໃນເດືອນມັງກອນ ປີ 2022 ເພື່ອຊຸກຍູ້ຄວາມມານະພະຍາຍາມສັກວັກຊິນໃນທົ່ວໂລກ. ທ່ານ Abdulla Shahid ໄດ້ຊີ້ແຈ້ງວ່າໂລກລະບາດໂຄວິດ - 19 ຍັງຄົງແມ່ນສິ່ງທ້າທາຍ ແລະ “ຈະບໍ່ຢຸດຕິລົງຈົດຮອດເວລາພວກເຮົາບັນລຸໄດ້ການສັກວັກຊິນທົ່ວໄປ”.

ທ່ານ Abdulla Shahid ກໍ່ໃຫ້ຮູ້ວ່າ ສະມັດຊາໃຫຍ່ ສປຊ ຈະຈັດເຫດການ 1 ໃນວັນທີ 26 ຕຸລາ ດ້ວຍຫົວຂໍ້ “ການກະທຳເພື່ອດິນຟ້າອາກາດ ໃຫ້ແກ່ມະນຸດ, ໜ່ວຍໂລກ ແລະ ຄວາມວັດທະນາຖາວອນ” ເພື່ອປຶກສາຫາລືວິທີການຮັບມືກັບຄວາມນາບຂູ່ ຈາກສະພາບການປ່ຽນແປງຂອງດິນຟ້າອາກາດ. ກ່ຽວກັບຫົວຂໍ້ນີ້, ທ່ານ Abdulla Shahid ໃຫ້ຮູ້ວ່າ ໃນສະພາບການໂລກລະບາດໂຄວິດ - 19 ຍັງມີຕໍ່ສ້າງຜົນກະທົບຢ່າງຮ້າຍແຮງ, ໂລກ ຍິ່ງຮັບຮູ້ໄດ້ຢ່າງຈະແຈ້ງວ່າ ເພື່ອຟື້ນຟູພາຍຫຼັງວິກິດການນີ້, “ເລື່ອງບັນລຸໄດ້ທັດສະນະຢ່າງແຮງກ່ວາອີກ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໃນບັນດາຄວາມມານະພະຍາຍາມຮັບມື ແລະ ຟື້ນຟູແມ່ນສຳຄັນທີ່ສຸດ”, ພ້ອມທັງເນັ້ນໜັກວ່າ ການຮ່ວມມືຫຼາຍຝ່າຍ ຍັງຄົງແມ່ນມາດຕະການອັນໜຶ່ງດຽວ ເພື່ອແກ້ໄຂບັນດາສິ່ງທ້າທາຍລວມ.

(ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top