• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິ່ງທ້າທາຍໃຫຍ່ສຳລັບອາຊຽນ ໃນປີ 2021

ໄພນາບຂູ່ຈາກໂລກລະບາດໂຄວິດ 19 ຕໍ່ສຸຂະພາບຂອງມະນຸດ ປະຈຸບັນ ແມ່ນສິ່ງທ້າທາຍອັນຮີບດ່ວນທີ່ສຸດຂອງພາກພື້ນ.
ການຊັກວັນຊີນ ກັນໂລກລະບາດໂຄວິດ 19 ໃຫ້ພະນັກງານການແພດ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ (ພາບ:THX/TTXVN)

"ໂລກລະບາດໂຄວິດ 19 ແລະຜົນການກະທົບຂອງມັນຍັງຄົງແມ່ນສິ່ງທ້າທາຍໃຫຍ່ ສຳລັບ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນປີ 2021 " ນັ້ນແມ່ນໝາກຜົນການສຳຫລວດໂດຍສູນ ຄົ້ນຄ້ວາ ອາຊຽນ ສັງກັດ ສະຖາບັນຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ ມີສຳນັກງານ ຕັ້ງຢູ່ ສິງກະໂປ ປະກາດໃນວັນທີ 10  ກຸມພາ. ການສຳຫລວດໄດ້ດຳເນີນຢູ່ 10 ປະເທດສະມາຊິກ ອາຊຽນ ດ້ວຍຜູ້ຖືກຖາມແມ່ນ  1.032 ຄົນ ສ່ວນຫລາຍແມ່ນນັກຮຽນຮູ້, ປະຊາຄົມວິສາຫະກິດ ແລະ ນັກຂ່າວ.

ມີ 76% ຈຳນວນຜູຸ້ຖືກຖາມເວົ້າວ່າ: ໄພນາບຂູ່ຂອງໂລກລະບາດໂຄວິດ 19 ຕໍ່ສຸຂະພາບຂອງມະນຸດ ປະຈຸບັນ ແມ່ນສິ່ງທ້າທາຍອັນຮີບດ່ວນທີ່ສຸດຂອງພາກພື້ນ. 60,7% ປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້ ເຫັນດີຕໍ່ມາດຕະການປ້ອງກັນ ຕ້ານໂລກລະບາດ ຂອງລັດຖະບານ. ການສຳຫລວດກໍ່ໃຫ້ເຫັນວ່າ ສ່ວນຫລາຍເຂົາເຈົ້າມີຄວາມວິຕົກກັງວົນຕໍ່ສະພາບການຢູ່ທະເລຕາເວັນອອກ ແລະ ຫນັບສະຫນູນຫລັກການເຄົາລົບກົດໝາຍສາກົນໃນບັນຫານີ້.

(ແຫຼ່ງຄັດຈາກ VOV)

ມີ​ຜູ້​ຫາຍ​ສາບ​ສູນກວ່າ 80 ຄົນ ໃນ​ເຂດ​ທະ​ເລ ເມ​ດີ​ເຕ​ຣາ​ເນຍ

ມີ​ຜູ້​ຫາຍ​ສາບ​ສູນກວ່າ 80 ຄົນ ໃນ​ເຂດ​ທະ​ເລ ເມ​ດີ​ເຕ​ຣາ​ເນຍ

ກ່ຳ​ປັ່ນຂົນ​ສົ່ງໂດຍສານ​ຊາວ​ອົບ​ພະ​ຍົບ​ປະ​ມານ 120 ຄົນ ເດີນທາງອອກ​ຈາກ​ເທດ​ສະ​ບານ​ແຄມ​ທະ​ເລ Tajoura, ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ລີ​ບີ ໃນ​ວັນ​ທີ 05 ເມ​ສາ ຖືກ​ຂວ້ຳ​ຍ້ອນ​ນ້ຳ​ເຂົ້າໃນ​ເງື່ອນ​ໄຂສະພາບ​ອາ​ກາດ​ທີ່ປ່ຽນແປງກະທັນຫັນ.

Top