• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິ່ງທ້າທາຍອັນໃຫຍ່ຫຼວງຂອງກຸ່ມ G20

      ຖະແຫຼງການຮ່ວມ ບໍ່ຍອມຮັບວ່າການແກ້ໄຂຄວາມຂັດແຍ່ງທາງການຄ້າແມ່ນຈຳເປັນກໍ່ຄືສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນຈະມີຜົນສະທ້ອນເຖິງການເຕີບໂຕເສດຖະກິດທົ່ວໂລກ.

ກອງປະຊຸມລັດຖະມົນຕີ ການເງິນ ແລະ ຜູ້ວ່າການທະນາຄານສູນກາງບັນດາພື້ນຖານເສດຖະກິດພັດທະນາ
ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) (ພາບ: AFP/TTXVN)
      ພາຍຫຼັງເຮັດວຽກມາເປັນເວລາ 2 ມື້, ກອງປະຊຸມລັດຖະມົນຕີ ການເງິນ ແລະ ຜູ້ວ່າການທະນາຄານສູນກາງບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ເຊິ່ງດຳເນີນຢູ່ນະຄອນ Fukuoka ຂອງຍີ່ປຸ່ນໄດ້ອັດລົງໃນຕອນບ່າຍວັນທີ 9 ມິຖຸນາດ້ວຍຖະແຫຼງການຮ່ວມກ່ຽວກັບບັນດາບັນຫາ ເຄັ່ງຮ້ອນຂອງເສດຖະກິດໂລກ, ໃນນັ້ນໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງບັນດາສິ່ງທ້າທາຍ, ແຕ່ບໍ່ໄດ້ເຕື້ອງເຖິງເນື້ອໃນການຂັດແຍ່ງທາງການຄ້າຢ່າງລະອຽດ.
            ຖະແຫຼງການຮ່ວມ ບໍ່ຍອມຮັບວ່າການແກ້ໄຂຄວາມຂັດແຍ່ງທາງການຄ້າແມ່ນຈຳເປັນກໍ່ຄືສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນຈະມີຜົນສະທ້ອນເຖິງການເຕີບໂຕເສດຖະກິດທົ່ວໂລກ. ແທນທີ່ນັ້ນ, ເອກະສານ ຍອມຮັບພຽງແຕ່ການເພີ່ມທະວີຄວາມເຄັ່ງຕຶງທາງການຄ້າ ແລະ ພູມີສາດການເມືອງແມ່ນບັນດາສິ່ງທ້າທາຍສຳລັບເສດຖະກິດທົ່ວໂລກ ແລະ ບັນດາປະເທດໄດ້ໃຫ້ຄຳໝັ້ນສັນຍາຈະສືບຕໍ່ແກ້ໄຂບັນດາຄວາມສ່ຽງອັນຕະລາຍ, ກໍ່ຄືພ້ອມແລ້ວທີ່ຈະມີບັນດາການເຄື່ອນໄຫວເພື່ອຫຼຸດພ່ອນບັນດາການນາບຂູ່ສຳລັບການຄ້າທົ່ວໂລກ   ຕື່ມອີກ. ຖະແຫຼງການຮ່ວມກໍ່ບໍ່ມີຄຳໝັ້ນສັນຍາໃດຂອງ G20 ທີ່ກ່ຽວຂ້ອງເຖິງການຕ້ານລັດທິອາລັກຂາ. ໝາກຜົນນີ້ໄດ້ຖືວ່າເລີ່ມຕົ້ນມາຈາກກຳລັງກົດດັນຂອງອາເມລິກາ, ມີຄວາມສາມາດເປັນໄປໄດ້ຫຼາຍວ່າ ອາເມລິກາຢາກສະກັດກັ້ນທຸກຮົ້ວກີດຂວາງທີ່ອາດຈະຄວບຄຸມນະໂຍບາຍຈັດວາງພາສີໃສ່ສິນຄ້າຂອງຈີນ. 
(ແຫຼ່ງຄັດຈາກ VOV)
 

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top