• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິດເສລີໃນການເຊື່ອຖື, ການເຫຼື້ອມໃສສາສະໜາຕ້ອງສອດຄ່ອງກັບບັນດາມາດຖານຄຸນສົມບັດທາງສັງຄົມ

      ພັກ, ລັດຫວຽດນນາມຍາມໃດກໍເຄົາລົບສິດເສລີໃນການເຊື່ອຖື, ບໍ່ເຊື່ອຖືສາສະໜາຂອງປະຊາຊົນ, ຖືກຕ້ອງຕາມຂໍ້ກຳນົດກົດໝາຍ. ເຖິງຢ່າງໃດກໍຕາມ, ຫວຽດນາມກໍເດັດດ່ຽວປັບໄໝລົງໂທດການກະທຳທີ່ສວຍໃຊ້ສາສະໜາໄປຝືນກັບຮີດຄອງປະເພນີອັນດີງາມຂອງຊາດ, ມາດຖານຄຸນສົມບັດຂອງສັງຄົມ. ບັນຫາດັ່ງກ່າວໂດຍຜູ້ຕາງໜ້າຫ້ອງວ່າການລັດຖະບານຫວຽດນາມຢືນຢັນອີກເທື່ອໜຶ່ງ ທີ່ກອງປະຊຸມນັດສາມັນຂອງລັດຖະບານໄດ້ດຳເນີນໃນວັນທີ 03 ພຶດສະພາຢູ່ຮ່າໂນ້ຍ, ໃນສະພາບການມໍ່ໆມານີ້ ສະມາຄົມສາສະໜາພະເຈົ້າ (ຫຼື ສາສະໜາພະເຈົ້າຜູ້ເປັນແມ່) ໄດ້ມີບັນດາການເຄື່ອນໄຫວເຜີຍແຜ່ສາສະໜາຢ່າງຜິດກົດໝາຍຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດຫວຽດນາມອັນໄດ້ກໍ່ຄວາມຂັດໃຈໃນຫາງສຽງ.

ກອງປະຊຸມນັດສາມັນຂອງລັດຖະບານ
(ພາບ: TTXVN)
      ບັນຫາເຊື່ອຖື, ສາສະໜາໄດ້ລະບຸໃນລັດຖະທຳມະນູນ ແລະກົດໝາຍຂອງຫວຽດນາມ ແມ່ນບັນລຸມາດຖານສາກົນ ນັບແຕ່ເມື່ອປະກາດໃຊ້ລັດຖະທຳມະນູນສະບັບທຳອິດ ແລະ ນັບມື້ນັບໄດ້ຮັບການປັບປຸງ ເພື່ອໃຫ້ເໝາະສົມກັບການພັດທະນາຂອງປະເທດໃນແຕ່ລະໄລຍະປະຫວັດສາດ. ສິ່ງດັ່ງກ່າວ ໄດ້ຮັບປະກັນສິດເສລີໃນການເຊື່ອຖື, ການເຫຼື້ອມໃສສາສະໜາຂອງພົນລະເມືອງ ສອດຄ່ອງກັບສົນທິສັນຍາສາກົນ ແລະ ເທົ່າທຽມກັບກົດໝາຍຂອງຫຼາຍປະເທດທີ່ມີລະບອບກົດໝາຍມີມາແຕ່ດົນນານ.
       ແຕ່ກົດໝາຍຫວຽດນາມກໍໄດ້ກຳນົດຢ່າງຈະແຈ້ງວ່າ ຫ້າມສວຍໃຊ້ນະໂຍບາຍເຄົາລົບສິດເສລີໃນການເຊື່ອຖື, ການເຫຼື້ອມໃສສາສະໜາ ຫຼືສວຍໃຊ້ສາສະໜາ ເພື່ອມີການກະທຳຢ່າງຜິດກົດໝາຍ, ສົ່ງຜົນສະທ້ອນເຖິງຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ , ຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ... ການກຳນົດດັ່ງກ່າວ ແມ່ນຮັບປະກັນໃຫ້ບັນດາການເຄື່ອນໄຫວເຊື່ອຖື, ການເຫຼື້ອມໃສສາສະໜາໄດ້ເຄື່ອນໄຫວຢ່າງປອດໃສ, ສອດຄ່ອງກັບຮີດຄອງປະເພນີວັດທະນະທຳຂອງຊາດ, ຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການອັນຊອບທຳຂອງມະຫາຊົນ, ບໍ່ຖືກບັນດາການເຄື່ອນໄຫວເຊື່ອຖື, ການເຫຼື້ອມໃສສາສະໜາຝືນກັບຮີດຄອງປະເພນີອັນດີງາມຂອງຊາດ, ສົ່ງຜົນສະທ້ອນເຖິງຊີວິດແຫ່ງຈິດວິນຍານ ສຸຂະພາບ, ກຽດສັກສີ ແລະ ຊັບສົມບັດຂອງປະຊາຊົນ.

      ບໍ່ອາດສວຍໃຊ້ສິດເສລີໃນການເຊື່ອຖື, ການເຫລື້ອມໃສສາສະຫນາ
      ວັນທີ 3 ເມສາ, ທີ່ການປະຊຸມຂ່າວນັດສາມັນຂອງລັດຖະບານ, ທ່ານ ມາຍຕຽນຢູງ, ລັດຖະມົນຕີ ຫົວຫນ້າຫ້ອງວ່າການລັດຖະບານຫວຽດນາມ ໄດ້ເນັ້ນຫນັກວ່າ: ພັກ ແລະ ລັດ ຍາມໃດກໍ່ເຄົາລົບສິດເສລີໃນການເຊື່ອຖື, ບໍ່ເຊື່ອຖືສາສະຫນາຂອງປະຊາຊົນ. ແຕ່ ຫວຽດນາມ ກໍ່ເດັດດ່ຽວປັບໄຫມລົງໂທດບັນດາການກະທຳສວຍໃຊ້ສາສະຫນາໄປຝືນກັບຮີດຄອງປະເພນີອັນດີງາມຂອງຊາດ ພ້ອມທັງຢືນຢັນວ່າ: ສະມາຄົມສາສະຫນາພະເຈົ້າ ໄດ້ມີການເຄື່ອນໄຫວການປະພຶດທີ່ຮ້າຍແຮງຫລາຍຢ່າງຕໍ່ການເຫລື້ອມໃສທີ່ເປັນມູນເຊື້ອ, ເສກສັນປັ້ນແຕ່ງເລື່ອງ ມີນ້ຳສັກສິດ, ທ່ານລັດຖະມົນຕີ ມາຍຕຽນຢູງ ກໍ່ເຜີຍແຜ່ຄືນຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ນັ້ນແມ່ນ ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບ, ທ້ອງຖິ່ນຕ່າງໆ ຕ້ອງສຳຫລວດກວດກາ, ພິຈາລະນາ, ຕີລາຄາຄືນ, ດັດປັບບັນດາການເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງສະມາຄົມສາສະຫນາພະເຈົ້າ, ປັບໄຫມລົງໂທດຢ່າງເຂັ້ມງວດຕາມການກຳນົດຂອງກົດໝາຍ.
ທ່ານມາຍຕຽນຢູງ ລັດຖະມົນຕີ, ຫົວຫນ້າຫ້ອງວ່າການລັດຖະບານຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ
(ພາບ:toquoc.vn)
      ຕາມຜູ້ຕາງຫນ້າຄະນະສາສະຫນາລັດຖະບານແລ້ວ, ສະມາຄົມສາສະຫນາພະເຈົ້າ” ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1964 ຢູ່ ສເກົາຫລີ. ສະມາຄົມສາສະຫນານີ້ເຄື່ອນໄຫວຢູ່ຫລາຍປະເທດ ແລະ ມີຜູ້ເຊື່ອຖືນັບລ້ານໆຄົນ. ຢູ່ ຫວຽດນາມ, ສາສະຫນານີ້ໄດ້ເຊື່ອມເຂົ້າເຄື່ອນໄຫວມາເປັນເວລາຫລາຍປີ. ເບື້ອງຕົ້ນ ແມ່ນສ້າງຕັ້ງເອງເປັນກຸ່ມເພື່ອດຳເນີນການເຄື່ອນໄຫວໃນວົງຄະນາຍາດ ແຕ່ຍັງບໍ່ທັນໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວ ແລະ ກໍ່ຍັງບໍ່ທັນໄດ້ຮັບການຮັບຮູ້ເປັນສາສະຫນາຫນຶ່ງ. ແລະ ມາຮອດປະຈຸບັນ ມີພຽງ ສະມາຄົມສາສະຫນາພະເຈົ້າຫນຶ່ງດຽວຢູ່ ນະຄອນ ໂຮ່ຈິມີນ ໄດ້ຮັບຫນັງສືຢັ້ງຢືນຈົດທະບຽນເຄື່ອນໄຫວຢູ່ນະຄອນໂຮ່ຈິມີນ ຈາກຄະນະກຳມະການປະຊາຊົນນະຄອນ ໃນປີ 2017 ເມື່ອຕອບສະຫນອງບັນດາເງື່ອນໄຂຄົບຖ້ວນ ຕາມການກຳນົດໃນກົດໝາຍວ່າດ້ວຍການເຊື່ອຖື, ການເຫລື້ອມໃສສາສະຫນາປີ 2016. ສະມາຄົມສາສະຫນາພະເຈົ້າເຄື່ອນໄຫວດ້ານສາສະຫນາແບບທຳມະດາ, ປະຕິບັດຕາມກົດໝາຍ.
ເຖິງຢ່າງໃດກໍຕາມ, ຢູ່ ບາງທ້ອງຖິ່ນ ເປັນຕົ້ນຢູ່ເຂດພາກເຫນືອ, ໄລຍະມໍ່ມານີ້ ມີບາງກຸ່ມຄົນໄດ້ອ້າງຊື່ເອງວ່າ “ສະມາຊິກສະມາຄົມສາສະຫນາພະເຈົ້າ” ໄດ້ມີການກະທຳສວຍໃຊ້, ຍົກອອກບັນດາຄຳເວົ້າ, ຂໍ້ຄວາມແບບຍຸແຍ່ແກ່ດຶງ, ສ້າງຄວາມເຊື່ອຖືງົມງວາຍກໍ່ຄືບັນດາວິທີການ, ເຄື່ອງມືເພື່ອຍຸແຍ່ແກ່ດຶງບັນດາເປົ້າໝາຍທີ່ມີການເຊື່ອໃຈແບບງ່າຍໆ ຢູ່ ບາງທ້ອງຖິ່ນ, ກໍ່ໃຫ້ເກີດບັນດາບັນຫາຂັດໃຈ, ອົນລະເວງໃນຫາງສຽງ. ຜູ້ຕາງຫນ້າຄະນະສາສະຫນາລັດຖະບານ ໄດ້ຢືນຢັນວ່າ ນີ້ແມ່ນການເຄື່ອນໄຫວລະເມີດກົດໝາຍກ່ຽວກັບການເຊື່ອຖືສາສະຫນາ, ລະເມີດດຳລັດຂອງລັດຖະບານ ທີ່ໄດ້ກຳນົດຢ່າງລະອຽດໃນບາງມາດຕາ ແລະ ມາດຕະການປະຕິບັດກົດໝາຍວ່າດ້ວຍການເຊື່ອຖື, ການເຫລື້ອມໃສສາສະຫນາປີ 2016, ຕ້ອງມີການເຂົ້າຮ່ວມພິຈາລະນາແກ້ໄຂຈາກບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບ.

      ສາສະຫນາສັດຈະທຳຕ້ອງເຮັດໃຫ້ມະນຸດຄິດເຖິງການມີໃຈບຸນໃຈກຸສົນ
      ສາສະຫນາສັດຈະທຳຍາມໃດກໍ່ສິດສອນ ແລະ ເຮັດໃຫ້ມະນຸດຄິດເຖິງ ຄວາມຈິງໃຈ - ມີໃຈບຸນໃຈກຸສົນ - ສິ່ງທີ່ດີງາມ, ເຮັດໃຫ້ມະນຸດຄິດເຖິງບັນດາມາດຖານຄຸນສົມບັດ. ໃນຄຳສິດສອນ 10 ຂໍ້ຂອງພະເຢຊູ ກໍ່ໄດ້ສັ່ງສອນວ່າ ຕ້ອງເຄົາລົບ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ພໍ່ແມ່… ແຕ່ບັນດາຜູ້ອ້າງຊື່ເອງແມ່ນ “ສາສະຫນາພະເຈົ້າ” ພັດມີບັນດາການກະທຳເຮັດໃຫ້ມະນຸດມີບັນດາການກະທຳໄຮ້ຄຸນສົມບັດ ຄື ປຸກປັ່ນຍຸຍົງທຳລາຍແທ່ນບູຊາບັນພະບຸລຸດ, ປະລະການດຳລົງຊີວິດກັບຄອບຄົວ, ບໍ່ຮັບຮູ້ຍາດຕິພີ່ນ້ອງ. ບັນດາເປົ້າໝາຍອ້າງຊື່ວ່າ ແມ່ນສະມາຊິກສະມາຄົມສາສະຫນາພະເຈົ້າ ພວມສວຍໃຊ້ສາສະຫນາເພື່ອຍຸແຍ່ແກ່ດຶງປະຊາຊົນ, ສວຍໃຊ້ຄວາມໄວ້ເນື້ອເຊື່ອໃຈຂອງເຂົາເຈົ້າເພື່ອປະຕິບັດບັນດາການກະທຳກໍ່ຂາດຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.
        ກົດໝາຍ ແລະ ລັດຫວຽດນາມ ຍາມໃດກໍ່ເຄົາລົບສິດເສລີໃນການເຊື່ອຖື ການເຫລື້ອມໃສສາສະຫນາຂອງປະຊາຊົນ ແຕ່ເລື່ອງສວຍໃຊ້ສາສະຫນາເພື່ອທຳລາຍການເຫລື້ອມໃສທີ່ມີມາແຕ່ດົນນານຂອງປະຊາຊົນຫວຽດນາມນັ້ນ ແມ່ນສິ່ງທີ່ບໍ່ອາດຮັບຮູ້ໄດ້. ອາດຈະຢືນຢັນໄດ້ວ່າ ສາສະຫນາຍາມໃດກໍ່ສວມບົດບາດສຳຄັນໃນຊີວິດຂອງມະນຸດ, ພິເສດ ໃນຂົງເຂດວັດທະນະທຳ, ຈິດໃຈ. ມະນຸດແຕ່ລະຄົນ ມີຄວາມເຊື່ອໝັ້ນສະເພາະ, ມີສິດເຊື່ອຖືຕາມສາສະຫນາໃດຫນຶ່ງ ແຕ່ບໍ່ປະໃຫ້ຄວາມເຊື່ອຖືນັ້ນກາຍເປັນຄວາມເຊື່ອຖືແບບງົມງວາຍ, ຖືກພວກບໍ່ດີສວຍໃຊ້ເພື່ອແນໃສ່ປະຕິບັດບັນດາຈຸດປະສົງຊົ່ວຮ້າຍກໍ່ຜົນສະທ້ອນເຖິງຕົນເອງ, ຄອບຄົວ ແລະ ທັງສັງຄົມ. ສະນັ້ນ ບັນດາການກະທຳເຜີຍແຜ່ສາສະຫນາຢ່າງຜິດກົດໝາຍ ລະເມີດຮີດຄອງປະເພນີອັນດີງາມຂອງຊາດ, ຄຸນສົມບັດ ແມ່ນການລະເມີດກົດໝາຍຕ້ອງກ່າວປະນາມ ແລະ ດັບສູນ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top