• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ເຫຼີມ​ສະຫຼອງວັນ​ຊ່ຽວ​ຊານ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຫວຽດ​ນາມ ປະ​ຈຳ ລາວ ຄົບ​ຮອບ 60 ປີ

ຕອນເຊົ້າວັນທີ 24 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ສົມທົບກັບສະຖານທູດ ຫວຽດນາມ ແລະ ອົງການຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ລາວ ຈັດຕັ້ງພິທີໂຮມຊຸມນຸມມິດຕິງຂຶ້ນຢ່າງສົມກຽດ ເພື່ອສະເຫຼີມສະຫຼອງວັນຊ່ຽວຊານປ້ອງກັນຄວາມສະຫງົບ ຫວຽດນາມ ປະຈຳ ລາວ ຄົບຮອບ 60 ປີ.
ທ່ານພົນໂທ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ປະດັບຫຼຽນໄຊ ອິດສະຫຼະ ຊັ້ນ II ຂອງພັກ, ລັດ ລາວ ໃຫ້ແກ່ອົງການຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ລາວ (ພາບ:TTXVN)

ເນື່ອງໃນໂອກາດນີ້, ພັກ ແລະ ລັດ ລາວ ໄດ້ມອບຫຼຽນໄຊ ອິດສະຫຼະຊັ້ນ II ໃຫ້ແກ່ອົງການຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ລາວ; ມອບຫຼຽນໄຊອິດສະຫຼະຊັ້ນ III ໃຫ້ແກ່ທ່ານພົນຈັດຕະວາ ຮວ່າງກວາງເຮືຶ໊ອງ, ຫົວໜ້າອົງການຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ລາວ ຍ້ອນມີການປະກອບສ່ວນໃຫຍ່ຫຼວງຫຼາຍຢ່າງເຂົ້າໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບສຸກຂອງສອງປະເທດ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ.

        ໃນຂອບເຂດງານໂຮມຊຸມນຸມມິດຕິງ ຍັງດຳເນີນພິທີມອບ - ຮັບປຶ້ມປະຫວັດສາດ ຊ່ຽວຊານ ຫວຽດນາມ ຢູ່ ລາວ ດ້ວຍພາສາ ຫວຽດ ລະຫວ່າງ ຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ; ຈັດຕັ້ງງານວາງສະແດງພາບຖ່າຍ ວັນຊ່ຽວຊານ ປ້ອງກັນຄວາມສະຫງົບ ຫວຽດນາມ ປະຈຳ ລາວ ຄົບຮອບ 60 ປີ.  

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top