• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສະ​ພາ​ແຫ່ງ​ຊາດ​ບັນ​ດາ​ປະ​ເທດອາ​ຊ​ີ - ​ເອີ​ລົບ

ຢູ່ນອກກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດອາຊີ - ເອີລົບຄັ້ງທີ 4 (MSEAP4) ຊຶ່ງໄດ້ດຳເນີນຢູ່ນະຄອນຫຼວງ Nur Sultan, ປະເທດ ກາຊັກສະຖານ, ຕອນບ່າຍວັນທີ 23 ກັນຍາ, ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ມີບັນດາການພົບປະສອງຝ່າຍກັບ ຄະນະຜູ້ແທນຫຼາຍປະເທດ.

ການພົບປະສອງຝ່າຍລະຫວ່າງທ່ານນາງ ຕ່ອງທິຟ໊ອງ ຮອງປະທານສະພາແຫ່ງຊາດ ແລະ ທ່ານນາງ Olga Timofeeva ຮອງປະທານສະພາຕ່ຳ ລັດເຊຍ (ພາບ:  daibieunhandan.vn)

ທີ່ການພົບປະກັບຄະນະຜູ້ແທນລັດເຊຍ ໂດຍທ່ານນາງ Olga Timofeeva ຮອງປະທານສະພາຕ່ຳ ລັດເຊຍ ນຳໜ້າ, ທ່ານນາງ ຕ່ອງທິຟ໊ອງ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ຝ່າຍລັດເຊຍ ແລະ ຫວຽດນາມ ຮ່ວມມືກັນຢ່າງແໜ້ນແຟ້ນ, ຍາດແຍ່ງບັນດາທ່າໄດ້ປຽບເຊິ່ງສັນຍາການຄ້າເສລີ ຫວຽດນາມ - ສະຫະພັນ ເສດຖະກິດ ອາຊີ - ເອີລົບນຳມາໃຫ້ເປັນຢ່າງດີເພື່ອສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ການເຄື່ອນໄຫວເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ ເວົ້າສະເພາະ ແລະ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີລົບເວົ້າລວມ. ສ່ວນທ່ານນາງ Olga Timofeeva ຢັ້ງຢືນວ່າ ບັນດາສະມາຊິກສະພາຕ່ຳລັດເຊຍເຖິງວ່າຂຶ້ນກັບພັກການເມືອງໃດກໍ່ຕາມ, ລ້ວນແຕ່ເຫັນດີເປັນເອກະພາບສູງທີ່ສຸດໃນການສະໜັບສະໜູນ ຫວຽດນາມ ຢູ່ ບັນດາເວທີປາໄສຫຼາຍຝ່າຍ.

        ທີ່ການພົບປະກັບທ່ານ Takeo Kawamura, ສະມາຊິກລັດຖະສະພາຍີ່ປຸ່ນ, ຫົວໜ້າຄະນະຜູ້ແທນຍີ່ປຸ່ນ, ທ່ານນາງ ຕ່ອງທິຟ໊ອງ ຊີ້ແຈ້ງວ່າ ບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນບັນດາຄຳໝັ້ນສັນຍາຂອງລັດຖະບານເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດດີທີ່ສຸດໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີຍີ່ປຸ່ນ, ພ້ອມແລ້ວທີ່ຈະສົມທົບກັນແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງໃຫ້ແກ່ບັນດານັກລົງທຶນຍີ່ປຸ່ນທີ່ພວມທຳມາຫາກິນຢູ່ ຫວຽດນາມ. ສ່ວນທ່ານ Takeo Kawamura ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມຈະສືບຕໍ່ບັນລຸໄດ້ ຜົນງານໃຫ້ ຫຼາຍກ່ວາອີກ.

        ໃນການແລກປ່ຽນກັບທ່ານ  Samdech Heng Samrin ປະທານສະພາແຫ່ງຊາດ ກຳປູເຈຍ ຢູ່ນອກກອງປະຊຸມ MSEAP, ທ່ານນາງຕ່ອງທິຟ໊ອງ ຮອງປະທານ ຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ຂອບໃຈເລື່ອງກຳປູເຈຍ ທີ່ສະໜັບສະໜູນ ຫວຽດນາມ ອອກສະໜັກເລືອກຕັ້ງເຂົ້າຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມ ຫວຽດນາມໃນການທຳມາຫາກິນ ແລະ ດຳລົງຊີວິດຢູ່ ກຳປູເຈຍ. ກ່ຽວກັບໂຄງການກໍ່ສ້າງສຳນັກງານຂອງ ຄະນະເລຂາ ແລະ ບັນດາກຳມາທິການຂອງສະພາແຫ່ງຊາດກຳປູເຈຍ, ທ່ານນາງ ຕ່ອງທິຟ໊ອງ ເຊື່ອໝັ້ນວ່າ ຂອງຂວັນທີ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ຈະສຳເລັດແລະນຳເຂົ້າເຄື່ອນໄຫວໂດຍໄວ.

(ແຫຼ່ງຄັດຈາກ VOV)

ບັນດາສິ່ງທ້າທາຍໃຫຍ່ສຳລັບ COP 30

ບັນດາສິ່ງທ້າທາຍໃຫຍ່ສຳລັບ COP 30

ບັນດາຕົວເລກໂດຍ WMO ຍົກອອກມາຊີ້ໃຫ້ເຫັນວ່າ ການຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກຍັງຄົງປະສົບກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງ.

Top