• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ XIV ຈັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອສຸດ​ທ້າຍ

ຄາດວ່າ ເວລາເຮັດວຽກຂອງ ກອງປະຊຸມສະໄໝສາມັນເທື່ອສຸດທ້າຍຂອງ ສະພາແຫ່ງຊາດ ຊຸດທີ XIV ແມ່ນ 12 ວັນ, ເຊິ່ງຈະໄຂຂຶ້ນໃນວັນທີ 24 ມີນາ ແລະ ອັດລົງໃນວັນທີ 8 ເມສາ.
ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV (ພາບ: vtc.vn)

ໃນກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV  ຈະດຳເນີນການບູລະນະຫຼາຍຕຳແໜ່ງຂອງລັດໃຫ້ສົມບູນ, ໃນນັ້ນ ມີການເລືອກຕັ້ງປະທານປະເທດ, ນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດ. ຄາດວ່າ ເວລາເຮັດວຽກຂອງ ກອງປະຊຸມສະໄໝສາມັນເທື່ອສຸດທ້າຍຂອງ ສະພາແຫ່ງຊາດ ຊຸດທີ XIV ແມ່ນ 12 ວັນ, ເຊິ່ງຈະໄຂຂຶ້ນໃນວັນທີ 24 ມີນາ ແລະ ອັດລົງໃນວັນທີ 8 ເມສາ.

        ໃນນັ້ນ, ເວລາສ່ວນຫຼາຍໃນກອງປະຊຸມຄັ້ງນີ້ ແມ່ນປະຕິບັດວຽກງານບຸກຄະລາກອນ. ສະພາແຫ່ງຊາດ ຈະປະກອບຄຳເຫັນຕໍ່ບົດລາຍງານວຽກງານອາຍຸການຊຸດທີ XIV ຂອງ ສະພາແຫ່ງຊາດ; ອາຍຸການ 2016 – 2021 ຂອງ ປະທານປະເທດ, ລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ. ໄປຄຽງຄູ່ກັນນັ້ນ ແມ່ນພິຈາລະນະຮັບຮອງເອົາມະຕິກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ XIV.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top