• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ

 ຕອນຄ່ຳວັນທີ 25 ພຶດສະພາ, ທີ່ນະຄອນ ໂຮ່ຈີມິນ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ (1973 - 2018).

ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຖືວ່າ: ຫຼັກໝາຍນີ້ ຍິ່ງນັບມື້ນັບກາຍເປັນພິເສດກ່ວາ ເມື່ອການພົວພັນ 2 ຝ່າຍລະຫວ່າງ 2 ປະເທດ ຫາກໍ່ໄດ້ຍົກຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດໃນເດືອນ ມີນາ 2018; ທ່ານເຊື່ອໝັ້ນວ່າ ການພົວພັນຈະສືບຕໍ່ເປີດໜ້າປະຫວັດສາດໃໝ່ໃນການພົວພັນຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ, ເປັນຕົ້ນ ແມ່ນໃນພື້ນຖານການພົວພັນຢ່າງໝັ້ນຄົງ ເຊິ່ງ 2 ປະເທດໄດ້ພ້ອມກັນເພີ່ມພູນຄູນສ້າງນັບແຕ່ກ່ອນມາຮອດປັດຈຸບັນ. ທ່ານ ຫງວຽນແທ່ງຟອງ ກ່າວວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ ບົນພື້ນຖານຂອງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ດ້ວຍຄວາມຕັດສິນໃຈຂອງການນຳທຸກຂັ້ນ ແລະ ຄວາມມານະພະຍາຍາມລວມຂອງປະຊາຊົນ 2 ປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ເວົ້າລວມ ແລະ ການພົວພັນລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ອົດສະຕາລີ ເວົ້າສະເພາະ ນັບມື້ນັບພັດທະນາ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ເພື່ອຄວາມວັດທະນາຖາວອນຂອງພາກພື້ນ ແລະ ໂລກ.

(ແຫຼ່ງຄັດຈາກ VOV)


ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top