• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ

ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄປສົ່ງສະຫາຍ ເລຂາທິການໃຫຍ່,
ປະທານປະເທດແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ. ພາບ: ເຟືອງຮວາ/VNA
      ຕອນບ່າຍວັນທີ 21 ທັນວາ 2017, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມກັບ ຄະນະຜູ້ແທນຂັ້ນສູງພັກ, ລັດຖະບານ ລາວ ໄດ້ລາອອກຈາກ ແຂວງ ເງະອານ, ສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 19-21 ທັນວາ 2017 ຕາມຄຳເຊີນຂອງສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ.
      ເນື່ອງໃນໂອກາດການຢ້ຽມຢາມນີ້, 2 ຝ່າຍໄດ້ອອກຖະແຫຼງການ ຮ່ວມ ຫວຽດນາມ-ລາວ, ລາວ-ຫວຽດນາມ.
      ໃນຂອບເຂດການຢ້ຽມຢາມ, ສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ໄດ້ເຈລະຈາກັບສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ; ພົບປະກັບສະຫາຍປະທານປະເທດ ເຈິ່ນດ້າຍກວາງ ແລະ ພ້ອມກັນປະກາດອັດປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2017.
      ສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ພົບປະກັບສະຫາຍນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ສະຫາຍນາງ ຫງວຽນທິກີມເງິນ ປະທານສະພາ ແຫ່ງຊາດ; ຢ້ຽມຢາມອະດີດການນຳຫຼັກແຫຼ່ງຂອງພັກ ແລະ ລັດ ຫວຽດນາມ ບາງທ່ານ; ຕ້ອນຮັບສະມາຄົມມິດຕະພາບ ຫວຽດນາມ -ລາວ; ພົບປະກັບຜູ້ຕາງໜ້າອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ລາວ; ຮຸ່ນໜຸ່ມ ຫວຽດນາມ ແລະ ນັກສຶກສາ ລາວ ພວມຮ່ຳຮຽນຢູ່ ຫວຽດນາມ; ຢ້ຽມຢາມບາງ ຮາກຖານເສດຖະກິດ, ວັດທະນະທຳຢູ່ນະຄອນຫຼວງ ຮ່າໂນ້ຍ, ແຂວງ ເງະອານ ແລະ ກອງບັນຊາການທະຫານເຂດ 4.
 
      ສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດຖະບານ ລາວ ໄດ້ໄປວາງພວງມາລາທີ່ອະນຸສອນສະຖານນັກຮົບວິລະຊົນຜູ້ເສຍ
ສະຫຼະຊີວິດເພື່ອຊາດ; ເຂົ້າຢ້ຽມສຸສານປະທານ ໂຮ່ຈີມິນ; ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດປູຊະນີ ຍະສະຖານ ກິມລຽນ, ຕາແສງ ກິມລຽນ, ເມືອງ ນາມດ່ານ, ແຂວງ ເງະອານ.
 
      ທີ່ບັນດາການພົບປະ, ສອງຝ່າຍໄດ້ຢັ້ງຢືນສືບຕໍ່ສືບທອດ ແລະ ເສີມຂະຫຍາຍເປັນຢ່າງແຮງມູນເຊື້ອອັນດີງາມ ເພື່ອປົກປັກຮັກສາແລະ ພັດທະນາສາຍພົວພັນສາມັກຄີ ມິດຕະພາບອັນເປັນພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ, ຖືວ່າ ນີ້ເປັນບັນຫາມີຄວາມໝາຍສຸດທີ່ສຳຄັນຕໍ່ອະນາຄົດຂອງສອງປະເທດ, ເພື່ອການພັດທະນາ ຖາວອນ ແລະ ຄວາມຜາສຸກຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ ຢູ່ພາກພື້ນ ແລະ ໂລກ.
      ສອງຝ່າຍໄດ້ເຫັນດີເປັນເອກະພາບບັນດານະໂຍບາຍ, ວິທີແກ້ໄຂເພື່ອແນໃສ່ສືບຕໍ່ພາເຮັດໃຫ້ສາຍພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ນັບມື້ນັບພັດທະນາ ເຂົ້າສູ່ລວງເລິກ, ມີຄວາມເປັນຈິງ ແລະ ມີປະສິດທິຜົນເທິງທຸກ ຂົງເຂດ, ປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຂອງແຕ່ລະປະເທດຢ່າງມີໄຊ.
      ສອງຝ່າຍຕົກລົງກັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ຢ່າງມີປະສິດທິຜົນ; ພາເຮັດໃຫ້ການພົວພັນທາງການເມືອງເຂົ້າສູ່
ລວງເລິກ, ສືບຕໍ່ຮັກສາບັນດາການພົບປະລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ; ເປີດກວ້າງການຮ່ວມມື, ການຊ່ວຍເຫຼືອເຊິ່ງກັນແລະ ກັນລະຫວ່າງບັນດາຄະນະຂອງພັກ, ກະຊວງ, ຂະແໜງການ, ບັນດາຄະນະກຳມະການຂອງສະພາແຫ່ງຊາດ, ແນວໂຮມ ປະເທດຊາດ, ອົງການປະຊາຊົນ ແລະ ບັນດາທ້ອງຖິ່ນຂອງ ສອງປະເທດ; ຍູ້ແຮງການໂຄສະນາເຜີຍແຜ່ຢ່າງກວ້າງຂວາງເຖິງປະຊາຊົນທຸກຊົນຊັ້ນ, ເປັນຕົ້ນແມ່ນຮຸ່ນລຸ່ມຂອງປະເທດກ່ຽວກັບມູນເຊື້ອຂອງສາຍພົວພັນສາມັກຄີແບບພິເສດລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ.
 
      ສອງຝ່າຍເຫັນດີເປັນເອກະພາບມານະພະຍາຍາມຊຸກຍູ້ ແລະຍົກສູງປະສິດທິຜົນການຮ່ວມມືກ່ຽວກັບເສດຖະກິດ, ການລົງທຶນ, ການຄ້າ, ການສຶກສາ-ບຳລຸງສ້າງ, ສາທາລະນະສຸກ ບົນພື້ນຖານ
ເສີມຂະຫຍາຍຢ່າງມີປະສິດທິຜົນທ່າແຮງບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ; ເພີ່ມທະວີການຮ່ວມມືກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສືບຕໍ່ສ້າງເງື່ອນໄຂອຳນວຍ ຄວາມສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ແລະ ປະຊາຄົມຊາວ ລາວ ອາໄສຢູ່ ຫວຽດນາມ ໄດ້ດຳລົງຊີວິດ, ເຮັດວຽກ ແລະ ຮຳ່ຮຽນ ເໝາະສົມກັບການກຳນົດ, ກົດໝາຍຂອງແຕ່ລະປະເທດ ແລະ ກົດໝາຍສາກົນ.
       ສອງຝ່າຍສືບຕໍ່ເນັ້ນໜັກຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ຢູ່ທະເລຕາເວັນອອກ.
ປະຕິບັດ: VNA/VNP

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top