• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະປະຊາຊາດ ສະຫງວນເງິນກວ່າ 4 ລ້ານ USD ເພື່ອຊ່ວຍຮັບມືກັບໄພພິບັດທຳມະຊາດ ຢູ່ຫວຽດນາມ

      ສະຫະປະຊາຊາດ ຫາກໍ່ຮັບຮອງບ້ວງເງິນໜູນຊ່ວຍເພີ່ມເຕີມ ກວ່າ 4,2 ລ້ານ ໂດລາສະຫະລັດ ຈາກກອງທຶນໜູນຊ່ວຍຮີບດ່ວນສູນກາງ (CERF) ເພື່ອກູ້ຊ່ວຍປະຊາຊົນ ຢູ່ 6 ແຂວງ ທີ່ໄດ້ຮັບຜົນສະທ້ອນຈາກພາຍຸ Damrey ຢູ່ຫວຽດນາມ.
      ກ່ອນໜ້ານັ້ນ, ບ້ວງເງິນອຸປະຖຳຮີບດ່ວນ 100.000 ໂດລາສະຫະລັດ ໄດ້ຖືກຈັດແບ່ງຈາກຫ້ອງການປະສານງານບັນດາການເຄື່ອນໄຫວມະນຸດສະທຳຂອງ ສະຫະປະຊາຊາດ (OCHA) ໃນວັນທີ 15 ພະຈິກ ເພື່ອໜູນຊ່ວຍບັນດຄວາມມານະພະຍາຍາມກູ້ຊ່ວຍຢ່າງຮີບດ່ວນ. ບ້ວງເງິນໜູນຊ່ວຍເພີ່ມເຕີມຈາກ CERF ໄດ້ນຳໃຊ້ເພື່ອເພີ່ມທະວີບັນດາການເຄື່ອນໄຫວກ່ຽວກັບການສະໜອງນ້ຳສະອາດ, ສຸຂະອະນາໄມ ແລະ ສິ່ງແວດລ້ອມ, ຄ້ຳປະກັນດ້ານສະບຽບອາຫານ ແລະ ວິທີຫາລ້ຽງຊີບ, ແລະ ບັນດາການເຄື່ອນໄຫວຟື້ນຟູສະຖານທີ່ທຳມາຫາກິນ ແລະ ພັກເຊົາຢ່າງຮີບດ່ວນໃຫ້ແກ່ປະຊາຊົນ.
        ສະຫະປະຊາຊາດ ປະຈຳຫວຽດນາມ ຄາດວ່າ ພາຍຫຼັງພາຍຸ Damrey, ຫວຽດນາມ ມີຄວາມຕ້ອງການປະມານ 60 ລ້ານ ໂດລາສະຫະລັດ ພາຍໃນ 12 ເດືອນຈະມາເຖິງ ເພື່ອສາມາດແກ້ໄຂບັນດາຄວາມຕ້ອງການໄລຍະສັ້ນ ແລະ ໄລຍະກາງ, ພ້ອມທັງ ເພີ່ມທະວີຄວາມສາມາດຟື້ນຟູຂອງບັນດາປະຊາຄົມທີ່ອາດຈະຖືກຜົນສະທ້ອນຈາກໄພທຳມະຊາດເກີດຂຶ້ນຄັ້ງໃໝ່.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top