• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຊົນລະປະທານ

      ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14, ຕອນເຊົ້າວັນທີ 08 ມິຖຸນາ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນກ່ຽວກັບຮ່າງກົດໝາຍວ່າດ້ວຍຊົນລະປະທານ.
ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຊົນລະປະທານ - ảnh 1
(ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຊົນລະປະທານ)
      ຜ່ານບັນດາຄຳເຫັນປຶກສາຫາລືຂອງສະມາຊິກສະພາແຫ່ງຊາດກ່ຽວກັບການລົງທຶນກໍ່ສ້າງກິດຈະກຳຊົນລະປະທານ, ຮ່າງກົດໝາຍໄດ້ຮັບການປັບປຸງຕາມທິດດັ່ງນີ້: ລັດລົງທຶນກໍ່ສ້າງກິດຈະກຳຊົນລະປະທານສຳຄັນພິເສດ, ກິດຈະກຳຊົນລະປະທານໃຫຍ່, ກິດຈະກຳຍາກທີ່ຈະລະດົມບັນດາແຫຼ່ງກຳລັງສັງຄົມ; ບັນດາກິດຈະກຳຮັບໃຊ້ການປ້ອງກັນ, ຕ້ານໄພທຳມະຊາດ… ຜູ້ນຳໃຊ້ຜະລິດຕະພັນ, ການບໍລິການຊົນລະປະທານຈະຮັບຜິດຊອບການລົງທຶນກໍ່ສ້າງກິດຈະກຳນ້ອຍ, ຊົນລະປະທານຢູ່ເຂດທົ່ງນາ. ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ເລື່ອງປັບປຸງຂໍ້ກຳນົດຄືແນວນັ້ນຈະຜັນຂະຫຍາຍໄດ້ບົດບາດເປັນເຈົ້າຂອງລັດ ໃນການຮັບປະກັນພື້ນຖານໂຄງລ່າງຊົນລະປະທານ ເພື່ອນຳປະເທດເຮົາໃຫ້ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໃນປີ 2020 ເທື່ອລະກ້າວ, ພ້ອມທັງຈະລະດົມແຫຼ່ງກຳລັງສັງຄົມໃຫ້ວຽກງານດັ່ງກ່າວໄດ້.
 (ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top