• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໂລກ ໃນວັນທີ 15 ເມສາ

      ຕາມຂ່າວພາກເຊົ້າຂອງວັນທີ 15 ເມສາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ມີຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ຕື່ມອີກ 04 ຄົນ ເຊິ່ງລ້ວນແຕ່ແມ່ນຄົນເຂົ້າເມືອງ ຢູ່ ແຄ໊ງຮວ່າ ແລະ ກຽນຢາງ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ ຫວຽດນາມ ສະສົມ 2.727 ຄົນ, ໃນນັ້ນ ມີ 2.445 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ມີ 35 ຄົນ ເສຍຊີວິດ.
            ປັດຈຸບັນ, ທົ່ວໂລກມີຜູ້ຕິດເຊື້ອລວມທັງໝົດກວ່າ 138,7 ລ້ານຄົນ, ໃນນັ້ນ ມີເກືອບ 3 ລ້ານຄົນເສຍຊີວິດ. ໃນ 12 ຊົ່ວໂມງຜ່ານມາ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໃນທົ່ວໂລກ ໄດ້ເພີ່ມຂຶ້ນ 631.000 ຄົນ ແລະ ຈຳນວນຜູ້ເສຍຊີວິດກໍເພີ່ມຂຶ້ນ 8.400 ຄົນ.
ກຳປູເຈຍ ຕັດສິນປະຕິບັດການປິດລ້ອມນະຄອນຫຼວງ ພະນົມເປັນ (ພາບ: ນັກຂ່າວ VOV ປະຈຳ ກຳປູເຈຍ)
      ສະພາບການໂລກລະບາດໂຄວິດ - 19 ຢູ່ ກຳປູເຈຍ ນັບມື້ນັບສັບສົນຂຶ້ນຕື່ມ ອັນໄດ້ເຮັດໃຫ້ ລັດຖະບານ ກຳປູເຈຍ ຕັດສິນປະຕິບັດການປິດລ້ອມນະຄອນຫຼວງ ພະນົມເປັນ. ວັນທີ 14 ເມສາ, ກະຊວງສາທາລະນະສຸກ ກຳປູເຈຍ  ໄດ້ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 178 ຄົນ ໃນຮອບເວລາ 24 ຊົ່ວໂມງ, ໃນນັ້ນ ສະເພາະນະຄອນຫຼວງ ພະນົມເປັນ ມີ 149 ຄົນ.  ຕາມແຈ້ງການຈາກລັດຖະບານ ກຳປູເຈຍ ແລ້ວ, ບໍລິເວນ ນະຄອນຫຼວງພະນົມເປັນ ພ້ອມດ້ວຍນະຄອນ Takmao ຖືກປິດລ້ອມພາຍໃນ 14 ວັນ ນັບແຕ່ວັນທີ 15 ເມສາ ເປັນຕົ້ນໄປ. 
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top