• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາຕ່ຳ Duma ແຫ່ງຊາດລັດເຊຍ ຍາມໃດກໍ່ສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ

ຕອນບ່າຍວັນທີ 1 ທັນວາ, ຢູ່ມົດສະກູ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບທ່ານປະທານ ສະພາຕ່ຳ Duma ແຫ່ງຊາດລັດເຊຍ  Vyacheslav Viktorovich Volodin.
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານປະທານ ສະພາຕ່ຳ Duma ແຫ່ງຊາດລັດເຊຍ  Vyacheslav Viktorovich Volodin

ໃນການແລກປ່ຽນກ່ຽວກັບສະພາບການພົວພັນລະຫວ່າງສອງປະເທດ, 2 ຝ່າຍຕີລາຄາສູງບັນດາໝາກຜົນການຮ່ວມມືໃນຂົງເຂດການເມືອງ, ການທູດ, ເສດຖະກິດ, ການສຶກສາ, ວິທະຍາສາດ ກໍຄືໃນການປ້ອງກັນ ແລະ ຕ້ານພະຍາດໂຄວິດ-19. ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ກໍໄດ້ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາຕ່ຳ Duma ແຫ່ງຊາດລັດເຊຍໃນໄລຍະຜ່ານມາ, ໃນນັ້ນມີການສ້າງຕັ້ງຄະນະກຳມະການຮ່ວມມືລະຫວ່າງສະພາແຫ່ງຊາດຂັ້ນສູງລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳ Duma ແຫ່ງຊາດລັດເຊຍ ແລະ ຫວັງວ່າສະພາແຫ່ງຊາດສອງປະເທດຈະເສີມຂະຫຍາຍບົດບາດຂອງຄະນະກຳມະການໃນການເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດເວົ້າສະເພາະ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ເວົ້າລວມ.

    ສ່ວນທ່ານປະທານ Vyacheslav Viktorovich Volodin ຢືນຢັນວ່າ, ສະພາຕ່ຳ Duma ແຫ່ງຊາດລັດເຊຍຖືເປັຮສຳຄັນ ແລະປາດຖະໜາຢາກຊຸກຍູ້ ການພົວພັນຮ່ວມມື ກັບສະພາແຫ່ງຊາດຫວຽດນາມ. ທ່ານສະພາຕ່ຳ Duma ແຫ່ງຊາດລັດເຊຍ ກໍ່ເຫັນດີກັບຂໍ້ສະເໜີຂອງທ່ານປະທານປະເທດ ຫງວຽນຊວນຟຸກ ກ່ຽວກັບການຍູ້ແຮງການແລກປ່ຽນບົດຮຽນທາງດ້ານ ນິຕິບັນຍັດ ແລະ ຕິດຕາມກວດກາລະຫວ່າງສະພາແຫ່ງຊາດ 2 ປະເທດ, ສົມທົບກັນສ້າງລະບົບກົດໝາຍທີ່ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືສອງຝ່າຍ, ຮັກສາການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ຢ່າງແໜ້ນແຟ້ນ ຢູ່ບັນດາກົນໄກລັດຖະສະພາຫຼາຍຝ່າຍ ກໍຄື ຊຸກຍູ້ການຮ່ວມມືລະຫວ່າງບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບຂອງສະພາແຫ່ງຊາດສອງປະເທດ.

      ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປວາງພວງມາລາຢູ່ອະນຸສາວະລີປະທານ ໂຮ່ຈີມິນ ແລະ ວາງພວງມາລາຢູ່ອະນຸສາວະລີບັນດານັກຮົບນິລະນາມເສຍສະຫຼະຊີວິດເພື່ອຊາດ ທີ່ ມົດສະກູ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top