• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດ ຫວຽດນາມ ປະຈຳ ລາວ ກຽມພ້ອມ ກັບ ວຽກງານ ປົກປ້ອງພົນລະເມືອງ

   
ຮູບພາບນຳ້ຖ້ວມ ຫຼັງຈາກ ເຂື່ອນໄຟຟ້າ ຢູ່ແຂວງ ອັດຕະປີ ຂອງ ລາວ ແຕກ
ເມື່ອວັນທີ 24 ກໍລະກົດ. ພາບ: THX/VNA 
      ຕາມນັກຂ່າວ ຂອງສຳນັກຂ່າວສານ ຫວຽດນາມ ປະຈຳ ສປປ ລາວ, ໄລ່ຮອດຕອນທ່ຽງ ວັນທີ 25 ກໍລະກົດ, ບັນດາອົງການທີ່ມີບົດບາດໜ້າທີ່ການຂອງ ລາວ ຍັງບໍ່ທັນ ປະກາດຢ່າງເປັນທາງການ ຂໍ້ມູນຂ່າວສານ ຄວາມເສຍຫາຍ ວ່າດ້ວຍຄົນ ແລະ ວັດຖຸ ຍ້ອນອຸບັດເຫດ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ ແຂວງ ອັດຕະປື ຂອງລາວ ໃນຕອນຄຳ່ວັນທີ 23 ກໍລະກົດ. 
 
      ການປະຊຸມຂ່າວ ຄາດວ່າຈັດຂຶ້ນ ຢູ່ສຳນັກງານ ຂອງ ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ຂອງລາວ ໃນເວລາ 10ໂມງ 30 ນາທີ ໄດ້ຖືກຍົກເລີກ ໃນນາທີ ສຸດທ້າຍ.

      ກ່ຽວພັນເຖິງ ເລື່ອງ ຄົນ ຫວຽດນາມ ອາດສາມາດ ຖືກຮັບຜົນສະທ້ອນຈາກອຸບັດເຫດ, ຕອນເຊົ້າວັນທີ 25 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ, ຕາມການແຈ້ງຂ່າວ ຂອງ ບັນດາອົງການ ທີ່ມີບົດບາດ ໜ້າທີ່ການຂອງ ລາວ, ມີ 15 ຄອບຄົວ ຊາວ ຫວຽດ ນອນຢູ່ ໃນ ເຂດຖືກຮັບຜົນສະທ້ອນ ຈາກ ອຸບັດເຫດ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ, ແຕ່ວ່າ, ຍັງບໍ່ທັນມີຂ່າວ ວ່າດ້ວຍ ຄວາມເສຍຫາຍ ກ່ຽວກັບ ຄົນ ແລະ ວັດຖຸ ທີ່ກ່ຽວພັນເຖິງ 15 ຄອບຄົວນີ້.

      ປັດຈຸບັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ຍັງສືບຕໍ່ ຕິດຕໍ່ ກັບ ບັນດາ ໜ່ວຍກອງທີ່ມີບົດບາດໜ້າທີການ ຂອງ ລາວ ເພື່ອເກັບກຳຂໍ້ມູນຂ່າວສານ ແລະ ດຳເນີນ ວຽກງານ ປົກປ້ອງພົນລະເມືອງ ຖ້າຫາກ ມີ ພົນລະເມືອງ ຫວຽດນາມ ຖືກຮັບຜົນສະທ້ອນ ຈາກອຸບັດເຫດນີ້.

      ໃນຕອນເຊົ້າ ວັນທີ 25 ກໍລະກົດ, ກົງສູນໃຫຍ່ ຫວຽດນາມ ປະຈຳ ແຂວງ ປາກເຊ ໄດ້ແຕ່ງຕັ້ງພະນັກງານ ໄປຍັງ ແຂວງ ອັດຕະປື ເພື່ອ ຊອກຮູ້ ກ່ຽວກັບ ຄວາມເສຍຫາຍ ຂອງອຸບັດເຫດ ເຂື່ອນໄຟຟ້າແຕກ ສຳລັບ ວົງຄະນາຍາດ ຊາວ ຫວຽດນາມ ອາໄສ ຢູ່ ລາວ.

      ເນື່ອງໃນໂອກາດນີ້, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ປູກລະດົມພະນັກງານ ລັດຖະກອນສະຖານທູດ, ບັນດາອົງການຢູ່ຄຽງຂ້າງ ສະຖານທູດ ສະຫງວນ ເງິນເດືອນໜ້ອຍສຸດໜຶ່ງວັນ ເພື່ອຊ່ວຍ ປະຊາຊົນ ຢູ່ເຂດ ຖືກປະສົບເຄາະຮ້າຍ ຄອບງຳຈຳກັດ ຜົນຢ້ອນຫຼັງ ຈາກອຸບັດເຫດ.
      ໃນຂະນະນັ້ນ ຢູ່ສະຖານທີ່ເກີດເຫດ, ບັນດາກຳລັງ ທີ່ມີບົດບາດໜ້າທີ່ການ ຂອງ ລາວ ຍັງຄົງຜັນຂະຫຍາຍ ການຊອກຫາ ຜູ້ຫາຍສາບສູນ ແລະ ສະໜອງ ສະບຽງອາຫານທີ່ສຳຄັນຍິ່ງ ໃຫ້ແກ່ປະຊາຊົນ ຢ່າງຕັ້ງໜ້າ.

ແຕ່ວັນທີ 24 ກໍລະກົດ ມາຮອດປັດຈຸບັນ, ທ່ານ ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ເພື່ອຊີ້ນຳ ໂດຍກົງ ວຽກງານຊອກຫາກູ້ຊີບ, ຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈ ປະຊາຊົນຜູ້ປະສົບເຄາະຮ້າຍ.

      ເຖິງວ່າລະດັບນຳ້ກຳລັງຫຼຸດລົງ, ວຽກງານກູ້ຊີບ ມີຄວາມສະດວກກວ່າ ແຕ່ຢູ່ບັນດາຈຸດນຳ້ຖ້ວມໜັກ ຍັງປະສົບກັບຄວາມຫຍຸ້ງຍາກດ້ານການຄົມມະນາຄົມ, ຂໍ້ມູນຂ່າວສານ, ໄຟຟ້າ. ກຳລັງກູ້ຊີບ ຕ້ອງນຳໃຊ້ພາຫະນະແມ່ນ ເຮືອ ແລະ ຍົນເຮລີກອບແຕ ເປັນຕົ້ນຕໍ.

      ໃນວັນທີ 24 ກໍລະກົດ, ລັດຖະບານລາວ ໄດ້ຕົກລົງ ອອກງົບປະມານ 1,2 ຕື້ກີບ (ກວ່າ 142.000 ໂດລາສະຫະລັດ) ເພື່ອຊ່ວຍເຫລືອປະຊາຊົນ  ບັນເທົາທຸກຜູ້ທີ່ໄດ້ຮັບຜົນກະທົບເບື້ອງຕົ້ນ ແລະ ປະກາດ ໃຫ້ເມືອງ ສະໜາມໄຊ ເປັນເຂດ ໄພພິບັດສຸກເສີນ, ພ້ອມກັນນັ້ນ ໃຫ້ຮູ້ວ່າ ມີ ກວ່າ 1000 ຄອບຄົວ ຖືກຮັບ ຜົນກະທົບ ແລະ ອີກຫຼາຍຄົນ ຖືກຫາຍສາບສູນ ຍ້ອນ ເຫດການນີ້.
 
ໂດຍ: VNA 
 

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top